Tuesday, 7 November 2017

ລາວ-ຈີນ ສົ່ງເສີມ ການພັັດທະນາດ້ານການຄ້າ


ຂປລ. ເມື່ອທ້າຍເດືອນຕຸລາ ທີ່ຜ່ານມາ ພະແນກການຄ້າ ແຂວງຢູນໜານ ສປ ຈີນ ໄດ້ຈັດງານ ແນະນໍາກ່ຽວກັບ ຜະລິດຕະພັນ ແລະ ວິສາຫະກິດຈີນ (ຢູນໜານ) ຢູ່ສູນ​ການ​ຄ້າ​ ລາວ-​ໄອ​ເຕັກ ນະຄອນຫລວງວຽງຈັນ, ໂດຍ​ມີ​ທ່ານ ຈັນທະ​ຈອນ ວົງ​ໄຊ ຮອງປະທານ ສະພາອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວທ່ານ ໂຮ້ຈີງຢຸ້ ຜູ້ຄົ້ນຄວ້າຂະແໜງການຄ້າອາຊຽນ ພະແນກການຄ້າແຂວງຢູນໜານ,​ມີ​ບັນດາຜູ້ຕາງໜ້າ ຂອງບໍລິສັດລາວ ແລະ ບໍລິສັດຈີນ, ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວ ຂ້ອງ ​ເຂົ້າ​ຮ່ວມ.
​ໂອກາດ​ດັ່ງກ່າວ, ທ່ານ ໂຮ້ຈີງຢຸ້ ກ່າວວ່າເພື່ອເຮັດໃຫ້ສາຍພົວພັນ ມິດຕະພາບຂອງ ລາວ-ຈີນ ນັບມື້ນັບ ເຕີບໃຫຍ່ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງແຂວງຢູນໜານ ກໍຄື ບັນດາວິສາຫະກິດ ຢູນໜານ ຈະປະຕິບັດຕາມ ການສະເໜີຂອງ ໜຶ່ງເສັ້ນທາງໜຶ່ງແລວທາງ”,​ ພາກັນກ້າວອອກໄປສູ່ຕ່າງ ປະເທດ ​ແລະ ຈະໃຫ້ການສະໜັບສະໜູນ ຢ່າງຫລວງຫລາຍ ແກ່ການຮ່ວມມື ລະຫວ່າງ ລາວ-ຈີນ ໃນອະນາຄົດແລະ ຫວັງວ່າຝ່າຍລາວ ຈະ​ໃຫ້ການ​ສະໜັບສະໜູນ, ສົ່ງເສີມການຮ່ວມມື ຂອງສອງຝ່າຍ.
ທ່ານ ຈັນທະຈອນວົງໄຊກ່າວວ່າສະພາອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ຈະໃຫ້ການສະໜັບສະໜູນ ຢ່າງສຸດຄວາມສາມາດແລະ ຊຸກຍູ້, ສົ່ງເສີມວຽກງານການຄ້າ ລາວ-ຈີນໃຫ້ໄດ້ຮັບ ການ​ພັດທະນາ ​ແລະ ​​ແຕກ​ດອກ​ອອກ​ຜົນຍິ່ງໆ​ຂຶ້ນ ​ໃນ​ອະນາຄົດ.
ພ້ອມ​ດຽວ​ກັນ​, ທ່ານ ເຈົ່າຫລີນ ຜູ້ຈັດການທົ່ວໄປ ຂອງໂຊເຈນ (SOJEN) ພາຫະນະ ແຫ່ງກິດຈະການໂປເຈນສາຂາ ສປປ ລາວ ​ໃຫ້​ຮູ້​ວ່າ:  ​ໂຊ​ເຈນ ​ແມ່ນຜະລິດຕະພັນໜຶ່ງ ທີ່​ຂາຍດີທີ່ສຸດໃນຕະຫລາດ ສປປ ລາວມີຫລາຍ​ກວ່າ 30 ລຸ້ນ​ແລະໄດ້ກຽມລົດ ໄວ້ຫລາຍ​ກວ່າ 1800 ຄັນເພື່ອຕອບສະໜອງ ຄວາມຕ້ອງການ ໃນເວລາໃກ້ໆນີ້ ຂອງຕະຫລາດລາວ. ປັດຈຸບັນໂຊ​ເຈນ ມີສາຂາຈໍາໜ່າຍສິນຄ້າ 17 ແຫ່ງ ແລະມີຮ້ານຮ່ວມຈໍາໜ່າຍ 10 ກວ່າຮ້ານ.ຕະຫລອດໄລຍະ 20 ກ່ວາປີຜ່ານມາໂຊເຈນ ໄດ້ປະດິດຄິດສ້າງ ບັນດານະວັດຕະກໍາໃໝ່ຂຶ້ນມາ ຢ່າງບໍ່ຢຸດຢັ້ງເພື່ອເປັນການສະແຫວງຫາຄວາມດີເລີດເອົາໃຈໃສ່ໃນການຜະລິດລົດ ດ້ວຍເຕັກນິກທີ່ທັນສະໄໝ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...