Thursday, 2 November 2017

ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຄະທານ ທີ່ພະທາດຫລວງວຽງຈັນ


ຂປລ. ​​ວັນທີ 3 ພະຈິກ ກົງກັບມື້ຂຶ້ນ 15 ຄ່ຳ, ​ເດືອນ 12 ​(ລາວພສ 2560 ​ເຊິ່ງເປັນມື້ສຸດທ້າຍ ຂອງບຸນນະມັດສະການ ພະທາດຫລວງວຽງຈັນ ​ແລະ ຢູ່​ໃນ​ບັນຍາກາດ​ ແຫ່ງ​ການສະ​ເຫລີ​ມສະຫລອງ ພິທີ​ສົມ​ໂພດລາພອນ ປະຕິສັງຂອນ ພະທາດຫລວງວຽງຈັນ ຄົບຮອບ 451 ປີ. ພ້ອມ​ເປີດ​ປີ​ທ່ອງທ່ຽວ​ລາວ 2018. ບຸ​ນນະມັດສະການ ພະທາດ​ຫລວງ ຖືເປັນປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າທີ່ສືບທອດ ແລະ ປະຕິບັດກັນ ມາແຕ່ບູຮານ​ນະການ, ນັບວ່າເປັນບຸນປາງໃຫຍ່ ອີກບຸນໜຶ່ງຂອງຊາວລາວ​ເຮົາ ທີ່ໄດ້ຈັດຂຶ້ນເປັນປະຈຳທຸກໆປີ.
​​ເປັນ​ກຽດ​ເຂົ້າ​ຮ່ວມ​ ພິທີດັ່ງກ່າວ, ມີບັນດາຜູ້ນໍາ ພັກ-ລັດ, ນຳໂດຍທ່ານ ບຸນຍັງ ວໍ​ລະຈິດ ປະທານ​ປະ​ເທດ​ ແຫ່ງ ສປປ ລາວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​​, ພະອາຈານໃຫຍ່ ມະຫາງອນ ດໍາລົງບຸນ ປະທານສູນກາງອົງການ ພຸດສາສະໜາສໍາພັນລາວ (ອພສ) ແລະ ບັນດາການນຳ​​ພັກ-ລັດ ຊາວພຸດທະສາສະນິກະຊົນ ລາວບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ ກໍຄື ມວນຊົນຊາວນະຄອນຫລວງວຽງຈັນ, ຕ່າງ​ກໍໄດ້​ເຂົ້າຮ່ວມ ທຳບຸນໃສ່ບາດຖວາຍສັງຄະທານ​ ແດ່ພະພິຂຸສົງສຳມະເນນ ຫລາຍກວ່າພັນອົງ, ພ້ອມຮັບຟັງທຳມະເທດສະໜາ ຕາມຄຳສອນຂອງ ພະສຳມາສຳພຸດທະເຈົ້າ ຕໍ່ການໃຫ້ທານ, ​ຖືສິນພາວະນາຕາມຮີດຄອງ ປະເພນີອັນດີງາມ ທີ່ມີມາແຕ່ບູຮານ​ນະ​ການ. ເຊິ່ງການເຮັດບຸນສິນ​ທານ, ​ແມ່ນເພື່ອລະນຶກເຖິງ ຄຸນງາມຄວາມດີແລະ ອຸທິດບຸນກຸສົນແດ່ ພະເຈົ້າໄຊຍະເສດຖາທິຣາດ ທີ່ເປັນຜູ້ສ້າງ ແລະ ປະຕິສັງຂອນ ພະທາດຫລວງວຽງຈັນ. ມາຮອດ​ປັດຈຸບັນ ​ແມ່ນ​ເປັນ​ຄັ້ງ​ທີ 4 ທີ່​ໄດ້​ມີ​ການ​ປະຕິສັງຂອນ​ຄືນ​ໃໝ່ ​ແລະ ປັບປຸງພະທາດຫລວງອີກຄັ້ງ​, ໂດຍ​ໄດ້ໂອບຄໍາ​ໃສ່ ຈອມພະທາດຫລວງນໍ້າໜັກ 9 ກິໂລ 9 ບາດ ແລະ 9 ສະຫລຶງ, ໂບກຮອຍແຕກແຫງອົງພະທາດ ແລະ ຫໍໄຫວ້ ທັງສີດ້ານ, ທາສີຄໍາອົງພະທາດໃຫຍ່, ພະທາດປາລະມີ 30 ລູກ, ພະທາດສີທໍາມະຫາຍໂສກ ແລະ ຫໍກວມ, ບູລະນະຫລັງຄາ ກົມມະລຽນຄືນໃໝ່, ສ້ອມແປງຊຸ້ມປະຕູທັງ 4 ດ້ານ, ປັງປຸງພື້ນ, ລະບົບລະບຽງ, ຮ່ອງນໍ້າອ້ອມຂ້າງ, ໄຟຟ້າ ແລະ ອື່ນໆ ລວມມູນຄ່າ 12 ຕື້ກວ່າກີບ.
ຂ່າວ: ຂັນ​ໄຊ, ພາບ: ວຽງສະຫວັນ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...