Sunday, 5 November 2017
ບໍລິສັດ ນະຄອນຫຼວງ ຈຳກັດ ເປີດຮ້າຍຈຳໜ່າຍດອກໄມ້ງາມ
ບໍລິສັດ ນະຄອນຫຼວງ ຈຳກັດ ເປີດຮ້າຍຈຳໜ່າຍດອກໄມ້ງາມ ຮົ່ວ ທຽນຟ່າງ
ບໍລິສັດ ນະຄອນຫຼວງ ຈຳກັດ ເປັນການລົງທຶນຮ່ວມຂອງນັກທຸລະກິດຈີນໃນສປປ.ລາວ ໄດ້ເປີດຮ້ານຈຳໜ່າຍດອກໄມ້ ຮົ່ວ ທຽນຟ່າງ ເພື່ອນຳເອົາດອກໄມ້ທີ່ປູກ ແລະ ຜະລິດຈາກຂຸນໝິງມາຈຳໜ່າຍທັງແບບຂາຍສົ່ງ ແລະ ຂາຍຍ່ອຍດອກໄມ້ທີ່ມີຄຸນນະພາບສູງ ແຕ່ລາຄາເປັນກັນເອງ. ຜູ້ສົນໃຈຢາກຕິດຕໍ່ພົວພັນເພື່ອນຳເອົາດອກໄມ້ຂອງຮ້ານເພິ່ນມາຈຳໜ່າຍຕໍ່ ຫຼື ຢາກຊື້ດອກໄມ້ ມາປະດັບປະດາເຮືອນຊານຫຼື ເພື່ອຈຸດປະສົງອື່ນໆ ສາມາດພົວພັນກັບຮ້ານຕັ້ງຢູ່ ຖະໜົນກຳແພງເມືອງ (ເຕ 4) ຫ່າງຈາກໄອເຕັກປະມານ 200 ແມັດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ທ່ານ ຫຼີ ຢຸນໂບ ປະທານບໍລິສັດ ນະຄອນຫຼວງຈຳກັດໄດ້ໃຫ້ຮູ້ວ່າ ກ່ອນທີ່ຈະເປີດຮ້ານຈຳໜ່າຍດອກໄມ້ໃນຄັ້ງນີ້ ຕົນໄດ້ບໍລິການສົ່ງດອກໄມ້ໃຫ້ກັບຮ້ານຕ່າງໆໃນນະຄອນຫຼວງວຽງຈັນ ມາໄດ້ 2-3 ປີແລ້ວ ຈຶ່ງຢາກຂະຫຍາຍທຸລະກິດຈຳໜ່າຍດອກໄມ້ໃນລາວ ໃນການສ້າງຕັ້ງບໍລິສັດ ແລະ ເປີດຮ້ານຈຳໜ່າຍດອກໄມ້ ໃນຄັ້ງນີ້ ທາງບໍລິສັດໄດ້ລົງທຶນສູງເຖິງ 1,5 ລ້ານຢວນ ຫຼື ປະມານ 1,8 ຕື້ກີບ. ທາງບໍລິສັດມີສາງເກັບດອກໄມ້ທີ່ຕິດຕັ້ງລະບົບຮັກສາຄວາມເຢັນເພື່ອຮັກສາດອກໄມ້ໃຫ້ສົດ ແລະ ໃຫມ່ ທີ່ບັນຈຸໄດ້ຫຼາຍເຖິງ 5 ໂຕນ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...







No comments:
Post a Comment