ພາຍຸດຳຣິເປັນພາຍຸຫົວທີ 12 ທີ່ພັດເຂົ້າຫວຽດນາມເມື່ອວັນເສົາຜ່ານເຮັດໃຫ້ເກີດມີຝົນຕົກແຮງດິນເຈື່ອນ ບ້ານເຮືອນເສຍຫາຍຫຼາຍກວ່າ 80.000 ຫຼັງ.
ດ້ານສະຖານີວິທະຍຸ ລາຍງານວ່າ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຢູ່ພາກກາງ ແລະ ໄຕງວຽນ ຕິດຕາມສະພາບຝົນຕົກນ້ຳຖ້ວມຢ່າງແໜ້ນແຟ້ນ, ຊີ້ນຳຜັນຂະຫຍາຍບັນດາມາດຕະການຮີບດ່ວນຮັບມືກັບຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ, ເຮັດໃຫ້ຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ, ຮັບປະກັນຄົມມະນາຄົມ, ການຕິດຕໍ່ພົວພັນ, ປ້ອງກັນ, ຕ້ານໂລກພະຍາດ, ຟື້ນຟູການຜະລິດ, ດຳເນີນທຸລະກິດ.
ພ້ອມນັ້ນໃນວັນທີ 5 ພະຈິກ, ສູນກາງສະພາກາແດງ ຫວຽດນາມ ໄດ້ຕັດສິນກູ້ຊ່ວຍຮີບດ່ວນໃນເບື້ອງຕົ້ນດ້ວຍເງິນ ແລະ ສິນຄ້າທີ່ມີມຸນຄ່າເກືອບ 1,1 ຕື້ດົ່ງ, ເພື່ອແນໃສ່ຊ່ວຍໃຫ້ພໍ່ແມ່ປະຊາຊົນບັນດາທ້ອງຖິ່ນຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸດຳຣີຢູ່ແຂວງຕ່າງໆຄື: ແຄ໋ງຮ່ວາ, ບີ່ງດິ້ງ, ຟູ໋ອຽນ ແລະ ດັກລັກ.
No comments:
Post a Comment