Sunday, 5 November 2017
ກອງປະຊຸມພົບປະແລກປ່ຽນ ການພົວພັນຮ່ວມມືວຽກງານການຄ້າ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າ 5 ແຂວງພາກເໜືອ ຂອງ ສປປ ລາວ ກັບ ພະແນການຄ້າ ກິ່ງແຂວງສິບສອງພັນນາ ແຂວງ ຢຸນນານ ສປ ຈີນ.
ໃນຕອນເຊົ້າຂອງວັນທີ 3 ພະຈິກ 2017 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ການພົວພັນຮ່ວມມືວຽກງານການຄ້າ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າ 5 ແຂວງພາກເໜືອ ຂອງ ສປປ ລາວ (ແຂວງ ຫຼວງພະບາງ, ແຂວງຜົ້ງສາລີ, ແຂວງ ຫຼວງນ້ຳທາ, ແຂວງ ບໍ່ແກ້ວ ແລະ ແຂວງ ອຸດົມໄຊ) ກັບ ພະແນການຄ້າ ກິ່ງແຂວງສິບສອງພັນນາ ແຂວງ ຢຸນນານ ສປ ຈີນ.ໂດຍແມ່ນທ່ານບຸນລ້ວນ ສິງນະຄອນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ ເປັນຫົວໜ້າຄະນະ ຕາງໜ້າຝ່າຍ ສປປ ລາວ ກັບ ທ່ານ ZHANG YUN HONG ຫົວໜ້າພະແນກການຄ້າ ກິ່ງແຂວງສິບສອງພັນນາ ເປັນຫົວໜ້າຄະນະ ຕາງໜ້າຝ່າຍ ສປ ຈີນ.ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກອຸດສາຫະ ກຳ ແລະ ການຄ້າ 5 ແຂວງພາກເໜືອ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຕາງໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ 12 ເມືອງ ຂອງແຂວງຫຼວງພະບາງ ແລະ ວິຊາການທີ່ກ່ຽວຂ້ອງ ຂອງພະແນກອຸດສາຫະກຳ ແລະ ການຄ້າ 5 ແຂວງ, ມີບັນດາຜູ້ແທນຈາກພະແນກການອ້ອມຂ້າງແຂວງ ແລະ ຜູ້ແທນຈາກຝ່າຍຈີນ ເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 7 ທ່ານ.ໃນກອງປະຊຸມສອງຝ່າຍ ໄດ້ລາຍງານສະພາບການພັດທະນາ ວຽກງານໃນຂອບເຂດຂອງຕົນ ຮັບຜິດຊອບໃຫ້ອີກຝ່າຍຮັບຊາບ, ພ້ອມທັງຕີລາຄາການຈັດຕັ້ງປະຕິບັດເນື້ອໃນກອງປະຊຸມ ໃນໄລຍະ 1 ປີ ຜ່ານມາ ແລະ ວາງທິດທາງແຜນການໃນການຮ່ວມມືໃນຕໍ່ໜ້າ, ບົນພື້ນຖານຫຼັກການສະເໝີພາບ, ມິດຕະພາບ, ເຊື່ອໝັ້ນເຊິ່ງກັນ ແລະ ກັນ, ຕ່າງຝ່າຍໄດ້ຮັບຜົນປະໂຫຍດ, ສອງຝ່າຍໄດ້ປຶກສາຫາລືກັນ ແລະມີຄວາມເປັນດອກະພາບກັນ ແລະ ກອງປະຊຸມຄັ້ງນີ້ ໄດ້ຕີລາຄາຕໍ່ຜົນສຳເລັດໃນໄລຍະ 1 ປີ ຜ່ານມາ, ວາງທິດທາງແຜນການພົວພັນຮ່ວມມື ໃນປີ 2018 ແລະ ກົນໄກຮ່ວມມືໃນຕໍ່ໜ້າ.ໃນເວລາ 18:30 ຂອງວັນດຽວກັນ ໄດ້ມີພິທີເຊັນບົດບັນທຶກ ກອງປະຊຸມພົບປະແລກປ່ຽນບົດຮຽນ ພົວພັນຮ່ວມມືວຽກງານການຄ້າ ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າ 5 ແຂວງພາກເໜືອ ສປປ ລາວ ແລະ ພະແນກການຄ້າ ກິ່ງແຂວງສິບສອງພັນນາ ສປ ຈີນ ຄັ້ງທີ VI, ວັນທີ 3 ພະຈິກ 2017 ທີ່ຫ້ອງປະຊຸມໃຫຍ່ ພະແນກອຸດສາຫະກຳ ແລະ ການຄ້າ ໂດຍໃຫ້ກຽດເປັນສັກຂີພິຍານ ຂອງທ່ານ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ ແລະ ທ່ານ ລີປາວກວ່າງ ກົງສຸນໃຫຍ່ ສປ ຈີນ ປະຈຳຫລວງພະບາງ.
ຂ່າວ: ອສຄ ຫລວງພະບາງ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...






No comments:
Post a Comment