ລາຍງານຈາກ ໜັງສືພິມຄວາມສະຫງົບ ໃນວັນທີ 8 ພະຈິກ 2017 ໃຫ້ຮູ້ກ່ຽວກັບການສັນນະສູດ ສົບເດັກນ້ອຍ 3 ຄົນ ທີ່ເປັນຂ່າວດັງ ໃນທ້າຍເດືອນ ຕຸລາ 2017 ຜ່ານມາວ່າ.
ຕາມການໃຫ້ຂໍ້ມູນຂອງ ພັຕ ແສງເພັດ ສຸທຳມະວົງ ຮອງຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງວຽງຈັນ ໄດ້ເປີດເຜີຍຄວາມຄືບໜ້າຕໍ່ໜັງສືພີມຄວາມສະຫງົບ ໃນວັນທີ 7 ພະຈິກ 2017 ວ່າ: ເດັກທັງສາມຄົນເສຍຊີວິດຍ້ອນທາດເບື່ອແທ້ ແຕ່ຍັງບໍ່ພົບວ່າເປັນທາດເບື່ອຊະນິດໃດ. ເຊິ່ງຕາມການສັນນະສູດຕົວຈິງ ການເສຍຊີວິດຂອງເດັກນ້ອຍທັງສາມຄົນນັ້ນ ອາການເບື້ອງນອກມີຮ່ອງຮອຍເລັບມືກໍ່າຊໍ້າທັງສອງຂ້າງ, ຮິມສົບກໍ່າ ສ່ວນຮ່າງກາຍແມ່ນບໍ່ພົບເຫັນຮ່ອງຮອຍບາດແຜ ຫຼື ບວມຊໍ້າໃດໆ. ສໍາລັບຜົນພິສູດຂອງກົມຕໍາຫຼວດນິຕິວິທະຍາ ກະຊວງ ປກສ ຢູ່ເຮືອນຂອງເດັກທັງສາມຄົນໃນເບື້ອງຕົ້ນ ພົບວ່າ: ຢູ່ອະໄວຍະວະພາຍໃນພົບເຫັນ ປອດເປັນສີມ່ວງ, ຫົວໃຈແຮ່ວແວບເປັນສີບົວອ່ອນ, ແຕ່ດ້ານໃນຫົວໃຈເລືອດບໍ່ກ້າມຕົວ, ຕັບ, ມ້າມ, ໝາກໄຂ່ຫຼັງ ແລະ ກະເພາະອາຫານ ມີລັກສະນະເປັນສີບົວ.
ນອກນີ້, ຄະນະແພດປະຈໍາໂຮງໜໍເມືອງໝື່ນ ແຂວງວຽງຈັນ ກໍໄດ້ໄປພິສູດເຊັ່ນກັນ ຕາມຜົນການກວດເອກະສານສະບັບເລກທີ 196,197,198/ສທມ,ໝ ລົງວັນທີ 26 ຕຸລາ 2017 ແມ່ນເສຍຊີວິດຍ້ອນທາດເບື່ອ ແຕ່ຍັງບໍ່ຮູ້ວ່າເປັນສານຜິດຊະນິດໃດ. ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງວຽງຈັນ ສົມທົບກັບກົມຕໍາຫຼວດນິຕິວິທະຍາ ກໍາລັງສືບຕໍ່ພິສູດຫາສານຜິດດັ່ງກ່າວ ຄາດວ່າຈະຮູ້ຜົນໃນໄວໆນີ້. ສ່ວນຜູ້ເປັນພໍ່ຂອງເດັກທັງສາມຄົນ ທີ່ຂ່າວລືວ່າ: ຕໍາຫຼວດຈັບຕົວແລ້ວແມ່ນບໍ່ມີຄວາມຈິງ, ເຈົ້າໜ້າທີ່ຕໍາຫຼວດຍັງບໍ່ໄດ້ຄວບຄຸມຕົວ ເຊິ່ງລໍຖ້າແຕ່ຜົນພິສູດຫາສານຜິດເທົ່ານັ້ນ ວ່າເກີດມາຈາກໃສແທ້.
ເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ເຫດການດັ່ງກ່າວນີ້, ໃນເບື້ອງຕົນ ໃນວັນທີ 24 ຕຸລາ 2017 ພໍ່ຂອງເດັກທັງສາມຄົນ ຊື່ທ້າວ ຟືວ່າງ ອາຍຸ 32 ປີ ຢູ່ບ້ານປ່າໄຜ ເມືອງໝື່ນ ແຂວງວຽງຈັນ ໄດ້ເດີ່ນທາງໄປນະຄອນຫຼວງວຽງຈັນ ເພື່ອໄປຂັບລົດຈົກຢູ່ນຳທ້າວ ລໍ່ ອາຍຸ 50 ປີ ຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແຕ່ຍັງບໍ່ທັນໄດ້ເຮັດວຽກ.
ຈາກນັ້ນ, ສອງຜົວເມຍໄດ້ພາກັນໄປອາບນໍ້າຢູ່ຫ່າງຈາກເຮືອນປະມານ 25 ແມັດ, ໃນຂະນະນັ້ນ ຜູ້ເປັນແມ່ກັບຄືນມາເອົາສະບູຢູ່ເຮືອນ ພົບເຫັນລູກທັງສາມຄົນນອນໝົດສະຕິຢູ່ກາງເຮືອນ ຫ່າງກັນປະມານຄົນລະແມັດ ແລະ ມີຟອດສີຂາວໄຫຼອອກຈາກປາກ ຈຶ່ງໄດ້ຮ້ອງໃຫ້ຜົວມາຊ່ວຍນຳສົ່ງໂຮງໝໍເມືອງໝື່ນ ເມື່ອໄປຮອດ ນາງ ແກ້ວຢ່າງ ໄດ້ເສຍຊີວິດແລ້ວ, ອີກສອງຄົນແມ່ນຍັງຫາຍໃຈຢູ່ ແລະ ເສຍຊີວິດໃນເວລາຕໍ່ມາ.
ຂ່າວ: ໜັງສືພິມຄວາມສະຫງົບ




No comments:
Post a Comment