Monday, 6 November 2017

ພາຍໃນ 24 ຊົ່ວໂມງ ຊາອຸດິອາຣາເບຍ ມີເຈົ້າຊາຍເສຍຊີວິດແລ້ວ 2 ຄົນ


ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າຊາຍ  Abdul Aziz bin Fahd ອາຍຸ 44ປີ ແລະເປັນໂອລົດຂອງກະສັດ Fahd ເສຍຊີວິດແລ້ວ ຫລັງຈາກການຍິງຕໍ່ສູ້ກັບເຈົ້າ ຫນ້າທີ່ ທີ່ ເຂົ້າໄປັບກຸມໂຕຕາມຄຳສັ່ງຂອງມົງກຸດລາຊະກຸມມານ Mohammed Bin Salman
ເຈົ້າຊາຍ ຊັລມານ ກຳລັງກວາດລ້າງຝ່າຍກົງກັນຂ້າມ ເພື່ອກຽມຄວາມພ້ອມທີ່ຈະຂື້ນຄອງ ລາຊະສົມບັດ ເພາະມີການຄາດການວ່າ ກະສັດຊັລມານ ພະບິດາຈະສະຫລະລາຊະສົມບັດ ໃນປີຫນ້າ
ກ່ອນໜ້ານັ້ນໜຶ່ງວັນ ເຈົ້າຊາຍ Mansour Bin Muqrinໂອລົດຂອງອະດີດມົງກຸດລາຊະ ກຸມມານ Muqrin ກໍ່ເສຍຊີວິດຈາກການທີ່ເຮລິຄ໊ອບເຕີຕົກຢູຊາຍແດນ ຊາອຸ-ເຢເມນ ພ້ອມກັບເຈົ້າໜ້າທີ່ອີກ 10 ກ່ວາຄົນ ໃນຂະນະກຳລັງໄປປະຕິບັດພາລະກິດ
http://indiatoday.intoday.in/story/saudi-prince-killed-helicopter-crash-twitter-saudi-arabia/1/1083443.html

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...