Wednesday, 8 November 2017

ສອງອ້າຍນ້ອງຊາວມຽນມາ ໃຊ້ເວລາກ່ວາ 1 ປີສ້າງເຮືອບິນຂະໜາດນ້ອຍ ຈາກວັດສະດຸໃນ ທ້ອງຖິ່ນ ກ່ອນປະສົບຄວາມສຳເລັດໃນການຂື້ນບິນທົດລອງ


ທ່ານ ຊໍມິນ ເຈົ້າຫນ້າທີ່ປົກຄອງທ້ອງຖິ່ນ ທີ່ໝູ່ບ້ານເຂດແຂວງ ມໍນິວາ ຕັ້ງຢູ່ທາງທິດຕາ ເວັນຕົກຂອງເມືອງມັນຣະເລ ຂອງມຽນມາ ເປີດເຜີຍວ່າ ທ່ານ ຈໍ່ເສ່ງວິນ ອາຍຸ 22 ປີ ກັບ ທ່ານ ເດົາຕະຫມ່າ ອາຍຸ 19 ປີ ສອງອ້າຍນ້ອງຊາວມຽນມາ ໃນແຂວງ ມໍນິວາ ໄດ້ສ້າງເຮືອບິນ ໃບພັດຂະໜາດນ້ອຍຂື້ນຈາກວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ ໂດຍໃຊ້ເຄື່ອງຈັກຮອນດ້າ ເປັນ ແຮງຂັບເຄື່ອນໃບພັດ
ທັງສອງໃຊ້ເວລາກ່ວາ 1 ປີ ໃນການສ້າງເຮືອບິນລຳດັ່ງກ່າວ ກ່ອນຈະແລ່ນເອກະສານ ຂໍອະນຸຍາດລັດຖະບານມຽນມາ ເພື່ອຂໍນຳເຮືອບິນໄປທົດລອງບິນ ຊຶ່ງຫລັງຈາກຍື່ນຂໍອະນຸ ຍາດໄປແລ້ວກ່ວາ 1 ປີ ທາງລັດຖະບານມຽນມາກໍ່ໄດ້ອານຸຍາດໃຫ້ນຳເຮືອບິນຂື້ນບິນທົດ ລອງໄດ້ໃນຫວ່າງບໍ່ດົນມານີ້
ໃນການທົດລອງຂື້ນບິນ ເຮືອບິນລຳດັ່ງກ່າວສາມາດຂື້ນບິນໄດ້ເປັນເວລາປະມານ 10 ນາທີ ກ່ອນຈະລົງຈອດຢ່າງປອດໄພ ທ່າມກາງຄວາມຍິນດີຂອງຊາວບ້ານທີ່ຮູ້ຂ່າວ ແລະເດີນທາງ ມາເບິ່ງການທົດລອງຂື້ນບິນກ່ວາ 300 ຄົນ ແລະຫລັງຈາກນີ້ໄປ 2 ອ້າຍນ້ອງນັກປະດິດຊາວ ມຽນມາກໍ່ຍັງກຽມສ້າງເຮືອບິນບໍ່ມີຄົນຂັບ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...