ທີມຊາດລາວ ລຸ້ນອາຍຸບໍ່ເກີນ 19 ປີ ລົງສະໜາມນັດທີ 2 ເສຍໃຫ້ກັບ ມາເກົາ 0-1 ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2018
ລຸ້ນອາຍຸບໍໍ່ເກີນ
19 ຮອບຄັດເລຶອກ ໃນວັນທີ 6 ພະຈິກ 2017 ພ້ອມທັງສ້າງສະຖິຕິບໍ່ຊະນະທີມໃດເລີຍນັບຕັ້ງແຕ່
ທ້າຍປີ 2016.
ໃນໄລຍະທໍາອິດ ທີມຊາດລາວ
ສູ້ໄດ້ຈົບເຄິ່ງເວລາທໍາອິດສະເໝີກັບ 0-0 ແຕ່ເລີ່ມເກມເຄິ່ງເວລາທີ 2 ພຽງ 9 ນາທີ ມາເກົາ ມາໄດ້ປະຕູໄຊ
ຈາກການຍິງຂອງ SOU SA IURY RoGERIO ນາທີໆ 54 ກ່ອນຈົບການແຂ່ງຂັນ ມາເກົາ ເອົາຊະນະໄປ 1-0 ຈາກຜົນດັ່ງກ່າວ ສົ່ງຜົນໃຫ້
ທີມຊາດລາວ ຕົກຮອບເປັນທີ່ແນ່ນອນແລ້ວ. ເນື່ອງຈາກລາຍການນີ້ຈະຄັດເອົາອັນດັບ 1 ຂອງແຕ່ລະກຸ່ມໃນຈຳນວນ 10 ທີມ ແລະ ທີມອັນດັບ 2 ທີ່ດີທີ່ສຸດອີກ 5 ທີມ ລວມທັງເຈົ້າພາບ ອິນໂດເນເຊຍ
ໄປຫຼິ້ນຮອບສຸດທ້າຍໃນປີໜ້າ.
ນອກຈາກນັ້ນ, ການເສຍນັດນີ້ເຮັດໃຫ້ ທີມຊາດລາວ ຢູ 19 ສ້າງສະຖິຕິບໍ່ຊະນະທີມໃດເລີຍ
ນັບຕັ້ງແຕ່ທ້າຍປີ 2016 ຈົນເຖິງປັດຈຸບັນ.
ໂດຍທີມຊາດລາວ ຢູ ກຸ່ມ H ໄດ້ຈັດຂຶ້ນຢູ່ທີ່ ໄຕ້ຫວັນ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 04-08/11/2017 ໂດຍມີ 4 ທີມ ປະກອບມີ : ໄຕ້ຫວັນ (
ເຈົ້າພາບ ), ຫວຽດນາມ, ລາວ ແລະ ມາເກົາ. ສໍາລັບ ນັດສຸດທ້າຍ ທີມຊາດລາວ
ຈະລົງສະໜາມພົບກັບ ຫວຽດນາມ ໃນວັນທີ 08/11/2017
ເວລາ
13:00 ໂມງ ແຂ່ງຂັນຢູ່ທີ່ສະຫນາມ HSINCHU COUNTRY SECOND STADIUM , HSINCHU.









No comments:
Post a Comment