Monday, 6 November 2017
ຄິມ ຈອງ ອຶນ ຜູ້ນຳເກົາຫລີເໜືອ ຢ້ຽມຢາມໂຮງງານຜະລິດລົດ 16 ມີນາ ຂອງເກົາຫລີເໜືອ
ຈາກທີ່ ອາທິດແລ້ວໄປຢ້ຽມຢາມໂຮງງານຜະລິດເຄື່ອງສຳອາງ ມາຮອດວັນທີ 4 ພະຈິກ 2017 ຫນັງສືພິມ Rodong Sinmunຂອງລັດຖະບານເກົາຫລີເໜືອ ແລະ Yonhap Newsຂອງເກົາຫລີໃຕ້ລາຍງານວ່າ ປະທານາທິບໍດີ ຄິມ ຈອງ ອຶນ ຜູ້ນຳສູງສຸດເກົາ ຫລີເໜືອໄດ້ເດີນທາງໄປຢ້ຽມຢາມໂຮງງານຜະລິດລົດ ພ້ອມກັບກ່າວວ່າ ມີຄວາມຈຳເປັນທີ່ ຈະຕ້ອງກໍ່ສ້າງອຸດສາຫະກຳຍານຍົນສະໄໝໃໝ່ ທີ່ມີຄວາມທັນສະໄໝຂື້ນໃນປະເທດຜູ້ນຳເກົາຫລີເໜືອ ໄດ້ໄປກວດສອບໂຮງງານ 16 ມີນາ (March 16 Factory)ຊຶ່ງເປັນຜູ້ຜະ ລິດລົດບັນທຸກລາຍໃຫ່ຍຂອງປະເທດ ລະຫວ່າງການຢ້ຽມຊົມໂຮງງານແຫ່ງນີ້ ຜູ້ນຳສູງສຸດ ເກົາຫລີເໜືອໄດ້ກ່າວວ່າ ໂຮງງານແຫ່ງນີ້ຊຶ່ງຕັ້ງຂື້ນໃນວັນທີ 16 ມີນາ ປີ 1977 ໄດ້ສະແດງ ໃຫ້ເຫັນເຖິງຄວາມສະຫລາດຫລກແຫລມຂອງອາດີດຜູ້ນຳທັງສອງທ່ານ ຄືປະທານາທິບໍດີ ຄິມ ອິວ ຊຸງ ແລະປະທານາທິບໍດີ ຄິມ ຈອງ ອິວ ປູ່ແລະພໍ່ຂອງຄິມ ຈອງ ອຶນ ຜູ້ນຳເກົາຫລີ ເຫນືອປະທັບໃຈ ກັບຜົນງານຂອງພະນັກງານໃນໂຮງງານ ໂດຍກ່າວຊົມເຊີຍວ່າ ພະນັກງານ ເຫົລ່ານີ້ມີສ່ວນຊ່ວຍ ເຮັດໃຫ້ປະເທດເກີດຄວາມມັ່ງຄັ່ງຄິມ ຈອງ ອຶນ ຍັງໄດ້ກ່າວອີກວ່າ ຕົນເອງເຊື່ອວ່າເກົາຫລີເໜືອສາມາດທີ່ຈະມີອຸດສາຫະກຳ ຍານຍົນທີ່ທັນສະໄໝ ເປັນຂອງຕົນເອງ ພ້ອມກັບໂຮງງານທີ່ເຮັດໜ້າທີ່ເປັນ ຖານແມ່ ດ້ວຍການຜະລິດລົດຍົນຂອງເກົາຫລີເໜືອມີພື້ນຖານດ້ານວັດສະດຸ ແລະດ້ານເທັກນິກ ທີ່ແຂງແຮງ ຈາກໂຮງງານ January 18 General Machine Factory ຊຶ່ງຜະລິດເຄື່ອງຈັກ ສະມັດຖະນະສູງຜູ້ນຳເກົາຫລີເໜືອໄດ້ຂໍໃຫ້ມີການ ອັບເກຣດໂຮງງານ March 16ແຫ່ງນີ້ ເພື່ອໃຫ້ສາມາດ ຜະລິດລົດຍົນໄດ້ຕາມຄວາມຕ້ອງການຂອງປະເທດຢ່າງເຕັມທີ່ ສຳຫລັບການຂົນສົ່ງ ແລະ ສ້າງສັກກາຍະພາບ ໃນການປ້ອງກັນປະເທດນຳ KCNA ລາຍງານ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...

-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ໃນວັນທີ 12 ກໍລະກົດນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມຄະນະຊີ້ນຳໂຄງການຂັ້ນສູນກາງກ່ຽວກັບການປັບປຸງ ແລະ ສ້ອມແປງ...
No comments:
Post a Comment