Friday, 3 November 2017

ຄຣີກີຊ໌ສະຖານ ນຳຮ່າງມ່ຳມີ່ອາຍຸ 1,500ປີ ຮ່າງດຽວໃນປະເທດກັບໄປຝັງລົງຫຼຸມຄືນ



ເມື່ອວັນທີ 31 ຕຸລາ 2017 ທີ່ຜ່ານມາ ເອເອຟພີລາຍງານວ່າ ບັນດານັກບູຮານຄະດີທົ່ວໂລກຮຽກຮ້ອງໃຫ້ທາງການຄຣີກີຊ໌ສະຖານນຳຮ່າງມຳມີ່ອາຍຸ 1,500 ປີທີ່ມີຢູ່ພຽງຮ່າງດຽວໃນປະເທດກັບຄືນມາຈາກຫຼຸມຝັງຢ່າງຮີບດ່ວນ ຫຼັງຈາກທີ່ລັດຖະບານຄຣີກີຊ໌ສະຖານນຳມຳມີ່ອອກຈາກໂລງແກ້ວສູນອາກາດີ່ຕັ້ງສະແດງໃນພິພິດຕະພັນກັບໄປຝັງລົງຫຼຸມຕັ້ງແຕ່ກາງເດືອນ ຕຸລາ ຕາມຄຳສັ່ງຂອງຄະນະກຳມະທິການແຫ່ງຊາດແຫ່ງລັດ ເຖິງແມ່ນວ່າຈະຖືກຂັດຄ້ານຢ່າງຮຸນແຮງຈາກນັກບູຮານຄະດີທ່ານ ຕູເກລບາຢີ ຄາຊາຄອຟ ລັດຖະມົນຕີວ່າການກະຊວງວັດທະນະທຳອ້າງວ່າ ມຳມີ່ດັ່ງກ່າວບໍ່ໄດ້ຮັບການດູແລມາຫຼາຍປີແລ້ວ ແລະ ລັດຖະບານບໍ່ມີງົບປະມານພຽງພໍໃນການດູແລຕໍ່ໄປຂະນະທີ່ ວິກເຕີ ແມຣ໌ ນັກບູຮານຄະດີຂອງສະຫະລັດອາເມລິກາ ກ່າວວ່າ ມຳມີ່ດັ່ງກ່າວມີຄວາມສຳຄັນຕໍ່ການສຶກສາເສັ້ນທາງການຍ້າຍຖິ່ນຂອງປະຊາກອນຈາກມົນທົນຊິນຈຽງຂອງຈີນໄປທີ່ທະວີບເອເຊຍຕະເວັນຕົກ ຈຳເປັນຕ້ອງຂຸດກັບຄືນມາທັນທີ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...