Sunday, 5 November 2017

ຊາອຸຈັບກຸມ 11 ເຈົ້າຊາຍຖານພົວພັນກັບຄໍລັບຊັນ


ສົມເດັດພະລາຊາທິບໍດີແຫ່ງຊາອຸດິ ອາລະເບຍ ຊົງມີຄຳສັ່ງແຕ່ງຕັ້ງຄະນະກຳມະການປ້ອງ ກັນ ແລະປາບປາມການສໍ້ລາດບັງຫລວງແຫ່ງຊາດ ໃນມື້ວັນທີ 4 ພະຈິກ 2017 ໂດຍເຈົ້າ ຊາຍໂມຮັມເຫມັດ ບິນ ຊັລມານ ມົງກຸດລາຊະກຸມມານ ຊົງເປັນປະທານຄະນະກຳມະການດັ່ງ ກ່າວ ແລະຊົງມີອຳນາດໃນການຈັບກຸມ ຄວບຄຸມຕົວ ແລະສືບສວນຜູ້ມີສ່ວນກ່ຽວຂ້ອງ ກັບການສໍ້ລາດບັງຫລວງໄດ້ຢ່າງເຕັມທີ່ມົງກຸດລາຊະກຸມມານບິນ ຊັລມານ ຊົງມີຄຳສັ່ງຈັບໂຕເຈົ້າຊາຍທັງໝົດ 11 ພະອົງ ໃນຂໍ້ຫາ ກ່ຽວພັນກັບການສໍ້ລາດບັງຫລວງ ໂດຍເຈົ້າຊາຍ 4 ອົງຊົງເປັນລັດຖະມົນຕີໃນລັດຖະບານ ຊຸດປຈຸບັນ ແລະທີ່ເຫລືອເປັນອາດີດລັດຖະມົນຕີ ຂະນະທີ່ເຈົ້າຊ້າຍ ອັລວາລັດ ບິນ ທາລາລ ປະທານບໍລິສັດ ຄິງດອມ ໂຮນດິ້ງ ບໍລິສັດດ້ານການລົງທຶນຊື່ດັງຂອງຊາອຸດິອາລະເບຍ ທີ່ມີ ຫຸ້ນໃຫ່ຍໃນຫລາຍບໍລິສັດທົ່ວໂລກ ເປັນໜຶ່ງໃນຜູ້ຖືກສືບສວນໃນຄັ້ງນີ້ນຳ
ສຳນັກຂ່າວ ອັລອາຣາເບຍ ລາຍງານວ່າ ມົງກຸດລາຊະກຸມມານ ບິນ ຊັລມານ ຊົງມີຄຳສັ່ງໃຫ້ ຮື້ຟື້ນການສືບສວນ ແຜນບໍລິຫານຈັດການງົບປະມານທີ່ໃຊ້ໃນການແກ້ໄຂບັນຫານ້ຳຖ້ວມ ໃນນະຄອນເຈດດາ ເມື່ອປີ 2009 ແລະງົບປະມານທີ່ໃຊ້ໃນການຄວບຄຸມແລະປ້ອງກັນໄວ ລັສເມີສ ທີ່ແຜ່ລະບາດໃນຊາອຸດິອາລະເບຍເມື່ອປີ 2012​ ໂດຍຊົງກ່າວວ່າ ການສືບສວນຄັ້ງ ນີ້ຈະເປັນການເອົາຜິດຜູ້ທີ່ມີສ່ວນກ່ຽວຂ້ອງທຸກຝ່າຍ ເພາະບໍ່ມີໃຜສາມາດຢູ່ເໜືອກົດ ໝາຍ ບໍ່ວ່າຈະເປັນເຈົ້າຊາຍຫລືລັດຖະມົນຕີ
ສ່ວນເດິນິວຢອກທາມ ສື່ຂອງອາເມລິກາລາຍງານວ່າ ສົມເດັດພະລາຊາທິບໍດີ ຊັລມານຊົງມີ ພະລາຊດີກາດີແຕ່ງຜູ້ດຳລົງຕຳແໜ່ງໃຫ່ມໃນລັດຖະບານ ຊຶ່ງລວມເຖິງລັດຖະມົນຕີຊາວຍ ວ່າການກະຊວງເສດຖະກິດ ຂະນະທີ່ເຈົ້າຊາຍຄາເລັດ ບິນ ອັຍຍາຟ ຊົງໄດ້ຮັບແຕ່ງຕັ້ງເປັນ ຜູ້ບັນຊາການກອງກຳລັງຮັກສາຄວາມໝັ້ນຄົງແຫ່ງຊາດ ແທນເຈົ້າຊາຍ ໄມເຕ໊ບ ບິນ ອັບດຸນເລາະ ຊຶ່ງດຳລົງຕຳແໜ່ງດັ່ງກ່າວມາເປັນເວລານານ
ສື່ຂອງອາເມລິກາລາຍງານວ່າ ການຈັບກຸມແລະປາບປາມເຈົ້າຊາຍ ແລະລັດຖະມົນຕີຫລາຍ ຄົນໃນຄັ້ງນີ້ຈະເຮັດໃຫ້ມົງກຸດລາຊະກຸມມານບິນ ຊັລມານ ຊົງມີອຳນາດບໍລິຫານປະເທດຢ່າງ ຮອບດ້ານຫລາຍຂື້ນ ນັບຕັ້ງແຕ່ພະອົງໄດ້ຖືກແຕ່ງຕັ້ງໃຫ້ເປັນອົງລັຊທາຍາດ ແທນເຈົ້າ ຊາຍ ໂມຮັມເຫມັດ ບິນ ນາເຢຟ ເມື່ອເດືອນມີຖຸນາທີ່ຜ່ານມາ ໂດຍການປັບປ່ຽນຄະນະລັດ ຖະມົນຕີໃນຄັ້ງນີ້ ຈະຊ່ວຍໃຫ້ອົງມົງກຸດລາຊະກຸມມານຊົງເປັນຜູ້ຄວບຄຸມທັງກອງທັບ ເສດຖະກິດ ນະໂຍບາຍຕ່າງປະເທດ ແລະການຈັດລະບຽບສັງຄົມໄດ້ຢ່າງຄອບຄຸມຫລາຍຂື້ນທັງນີ້ມົງກຸດລາຊະກຸມມານບິນ ຊັລມານ ຊົງເປັນໂອລົດໃນສົມເດັດພະລາຊາທິບໍດີຊັລມານ ແລະມາອາຍຸພຽງ 32 ພັນສາ ສ່ວນເຈົ້າຊາຍໂມຮັມເຫມັດ ບິນ ນາເຢຟ ຜູ້ຊົງເປັນອະດີດລັດ ຊະທາຍາດ ເປັນຫລານ ຂອງສົມເດັດພະລາຊາທິບໍດີ ຊັລມານ ແລະຊົງມີອາຍຸ 58 ພັນສາ
ການປ່ຽນແປງລັຊະທາຍາດຈາກເຈົ້າຊາຍບິນ ນາເຢຟ ເປັນເຈົ້າຊາຍ ບິນ ຊັລມານ ໄດ້ຮັບ ການສະໜັບສະໜຸນຈາກກຸ່ມຄົນຮ່ນໃຫ່ມໃນຊາອຸດິອາລະເບຍ ແລະລັດຖະບານອີກຫລາຍ ປະເທດ ເພາະມົງກຸດລາຊະກຸມມານອົງປະຈຸບັນຊົງມີນະໂຍບາຍສົ່ງເສີມຄວາມປ່ຽນແປງ ແລະການປັບຕົວຂອງລາຊວົງຊາອຸ ໃຫ້ເຂົ້າກັລໂລກສະໄໝໃຫ່ມ ແຕ່ພະອົງຊົງຖືກວິພາກ ວິຈານຈາກອົງກອນການຊ່ວຍເຫລືອທາງມະນຸດສະທຳລະຫວ່າງປະເທດ ເພາະເປັນຜູ້ຊົງ ອອກຄຳສັ່ງໃຫ້ກອງທັບຊາອຸດິອາລະເບຍເຂົ້າຮ່ວມໃນການປາບປາມກອງກຳລັງຕິດອາວຸດ ໃນເຢເມນ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...