26 10 2017 ເວລາ 20:30 ນາທີ
ທີມງານ ນາທີ ຊີວິດໄດ້ຮັບແຈ້ງງເຫດ ຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຂໍ້ມູນເບື້ອງຕົ້ນລົດໃຫຍ່ຕຳຄົນຍ່າງໄດ້ຮັບບາດເຈັບສາຫັດ
ຫຼັງຈາກທີມງານໄປເຖິງທີ່ເກີດເຫດກໍ່ພົບກັບຄວາມເສົ້າສະຫຼົດໃຈ ຜູ້ປະສົບເຫດໄດ້ເສຍຊີວິດໃນເວລາຕໍ່ມາ ອາສາສະໝັກໄດ້ພະຍາຍາມຊ່ວຍຢ່າງເຕັມທີ ແຕ່ເນື່ອງຈາກຜູ້ປະສົບເຫດນັ້ນໄດ້ຮັບບາດເຈັບສາຫັດ ຫົວຖືກກະທົຍຢ່າງຮຸນແຮງ ຈຶ່ງໄດ້ເສຍຊີວິດໃນ້ວລາຕໍ່ມາ
ຈາກການບອກເລົ່າຈາກຜູ້ເຫັນເຫດການໄດ້ບອກວ່າ ຜູ້ປະສົບເຫດເປັນພະນັກງານຮັກສາຄວາມປອດໄພຢູ່ບໍລິເວນນັ້ນ ແລະ ກຳລັງຂ້າມທາງ
ໃນເວລາທີ່ກຳັລງຈະຂ້າມທາງວິດແລ້ວ ລົດເກັງທີ່ຂັບມາດ້ວຍຄວາມໄວຕຳຟົ້ງກະເດັນກະທົບຂອບທາງ ຫຼັງເກີດເຫດລົດໃຫຍ່ຄູ່ກໍລະນີໄດ້ຂັບຫຼົບໜີ ແຕ່ມີພົນລະເມືອງດີທີ່ເຫັນເຫດການທັນນຳບັນທຶກລັກສະນະປ້າຍລົດຄັນດັ່ງກ່າວໄວ້ໄດ້ ແລະ ບໍລິເວນດັ່ງກ່າວກໍ່ມີກ້ອງວົງຈອນປິດ ຊຶ່ງສາມາດບັນທຶກພາບລົດຄັນດັ່ງກ່າວໄວ້
ທາງຍາດພີ່ນ້ອງຜູ້ເສຍຊີວິດຈຶ່ງຢາກຂໍຮ້ອງໃຫ້ຄູ່ກໍລະນີມາຮັບຜິດຊອບກັບເຫດການທີ່ເກີດຂຶ້ນ ການຫຼົບໜີບໍ່ວ່າຈະດ້ວຍຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍ່ຕາມ ເມື່ອເຫດການເກີດຂຶ້ນແລ້ວກໍ່ຕ້ອງຮັບຜິດຊອບ ຜິດຖືກນັ້ນຈຶ່ງຄ່ອຍໄກ່ເກ່ຍພາຍຫຼັງ
ທີມງານຂໍສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນ ແລະ ຂໍໃຫ້ຄູ່ກໍລະນີມີຈິດສຳນຶກ ເຫັນໃຈຜູ້ໄດ້ຮັບຄວາມສູນເສຍ




No comments:
Post a Comment