“ແມ່ຂອງລີງນ້ອຍ ຖືກຂ້າຕາຍຈາກພວກລັກລອບຄ້າສັດປ່າ ທາງພາກເໜືອຂອງລາວ ,ເຊີ່ງລີງໂຕດັ່ງກ່າວໄດ້ຮັບບາດແຜທາງຈິດໃຈທີ່ຝັງເລື່ອງລາວອັນເຈັບປວດ ຈົນມີນັກທ່ອງທ່ຽວພົບເຫັນ ແລະນໍາໄປສູ່ ສູນຊ່ວຍເຫຼືອສັດປ່າ ແຫ່ງ ສປປລາວ”,ຖ້າທ່ານມີຈິດໃຈຢາກບໍລິຈາກຮັກສາລິງນ້ອຍໂຕນີ້ ກາລຸນາຕິດຕໍ່ຕາມລິ້ງຂ່າວດ້ານລຸ່ມ .
••••••••••••••••••••
ສັດຈໍານວນຫຼາຍທີ່ຖືກບໍລິຈາກໃຫ້ແກ່ພວກເຮົາມັກຈະເປັນສັດລ້ຽງທີ່ບັນດາຜູ່ທີບໍລິຈາກບໍ່ຕ້ອງການແລ້ວ. ການກູ້ຊີບຫຼ້າສຸດຂອງພວກເຮົາ, ຢ່າງໃດກໍຕາມ, ກໍເປັນອີ່ກໜຶ່ງຂອງເຫດການທີ່ໄດ້ກ່າວມາ. ມີນັກເດີນທາງຜູ້ໜຶ່ງໄດ້ເດີນທາງລົງມາສູ່ນະຄອນຫຼວງຂອງລາວ, ນັ້ນຄື ນະຄອນວຽງຈັນ, ຜູ່ກ່ຽວໄດ້ມາຈາກວັງວຽງ, ໄລຍະທາງ ປະມານ 130 ກິໂລແມັດ ຫ່າງຈາກສູນຂອງພວກເຮົາ ໃນ ບ້ານເກິນ. ຜູ່ກ່ຽວໄດ້ພົບກັບລີງກັງພັນທາງເໜືອ ຊຶ່ງຖືກໃຊ້ງານປະຄັບປະຄອງ ໃຫ້ແກ່ນັກທ່ອງທ່ຽວ, ແລະ ລາວເອງ ມີຜູ່ເວົ້າໃຫ້ຟັງວ່າ ແມ່ ຂອງ ລີງທາລົກນ້ອຍ ຖືກ ຂ້າຕາຍ ຈາກພວກລັກລອບສັດປ່າ. ລີງກັງນ້ອຍ ໄດ້ຮັບການຊ່ວຍເຫຼືອຈາກນັກທ່ອງທ່ຽວ ແລະ ຕໍ່ມາ ນັກທ່ອງທ່ຽວນັ້ນໄດ້ແຈ້ງຫາພວກເຮົາຢ່າງໄວວາ ວ່າ ລາວຈະນຳເອົາລີງນ້ອຍນີ້ໄປສູ່ສູນຂອງພວກເຮົາ.

ລາວໄດ້ສົ່ງຮູບປະກອບ ໃຫ້ແກ່ພວກເຮົາ ແລະ ຮູບໄດ້ບົງບອກຊັດເຈນວ່າ ລີງນ້ອຍ ຍັງນ້ອຍຫຼາຍ, ອາຍສູງຸສຸດຄືສິບໍ່ເກີນ 4 ອາທິດ ແລະ ມີນ້ຳໜັກນ້ອຍເກີນປົກກະຕິ, ອາດກ່າວໄດ້ໄດ້ວ່າສະຖານະການຂອງມັນຢ້ຳແຢ້ຫຼາຍ. ປະຫວັດມັນບໍ່ຈະແຈ້ງວ່າມັນໄດ້ຫາງຈາກແມ່ຂອງມັນດົນປານໃດ . ພວກເຮົາໄດ້ກະກ່ຽມທັນເມື່ອມັນໄດ້ມາຮອດ ແລະ ທີມສັດຕະວະແພດຂອງພວກເຮົາໄດ້ລົງມືຢ່າງນີບດ່ວນເພື່ອສະໜອງນົມທີ່ມັນຕ້ອງການໃຫ້ມັນດື່ມ.
ຕໍ່ມາລີງກັງນ້ອຍໂຕນີ້ໄດ້ຖືກຕັ້ງຊື່ວ່າ ເປ້ເປ້ ເມື່ອໄດ້ມາຮອດສູນ, ແລະ ພວກເຮົາໄດ້ຄາດການວ່າ ອາຍຸຂອງມັນຄົງໄດ້ແຕ່ສີ່ອາທິດ ແລະ ດັງທີ່ກ່າວມາຂ້າງເທິງວ່າ ມັນມີນ້ຳໜັກເບົາເກີນໄປ. ໂດຍປົກກະຕິ, ລີງຕ້ອງໃຊ້ໄລຍະເວລາ ເກົ້າເດືອນ ທີ່ຈະສາມາດຫາງຢ່ານົມແມ່ໄດ້ ໃນປ່າ ສະນັ້ນເຫດນີ້້ຈື່ງກ່າວໄດ້ວ່າ ເປ້ເປ້ ຍັງນ້ອຍຫຼາຍທີ່ຈຳຕ້ອງຫາງຈາກນົມແມ່ຂອງມັນ. ຜູ່ຄົນຈໍານວນຫຼາຍທີ່ມີ ລີງນ້ອຍ ເປັນສັດລ້ຽງຍັງບໍ່ໄດ້ຮັບຮູ້ເຖິງສິ່ງນີ້, ແລະ ພວກເຂົາເຈົ້າມັກຈະໃຫ້ພວກມັນກິນໝາກໄມ້ທີມີທາດນ້ຳຕານສູງ ທີ່ ເຮັດໃຫ້ເກີດຄວາມຜິດປົກກະຕິຂອງການພັດທະນາການຮ່າງກາຍ, ບັນຫາທາງແຂ້ວ ແລະ ອາການແຊກຊ້ອນຮ້າຍແຮງໃນລະບົບກ່ຽວກັບເຄື່ອງຍ່ອຍອາຫານ. ທີມງານຂອງພວກເຮົາຈະສືບຕໍ່ໃຫ້ອາຫານ ເປັນຕົ້ນແມ່ນ ນ້ໍານົມໃຫ້ປົກກະຕິແກ່ ເປ້ເປ້ ໃນທາມກາງ ລະຫວ່າງ ກາງຄືນ ແລະ ກາງເວັນ ແລະ ຈະຕິດຕາມຄວາມຄືບໜ້າຂອງມັນເພື່ອໃຫ້ແນ່ໃຈວ່າ ມັນເຕີບໃຫຍ່ຂະຫຍາຍໂຕເປັນລີງ ທີ່ ແຂງແຮງ. ໃນຂະນະທີ່ ເປ້ເປ້ ໄດ້ເຕີບໂຕຢູ່, ມັນໄດ້ຮັບການສົ່ງເສີມດ້ານການໄຕ້ຂຶ້້ນກັບໂຄງສ້າງທີ່ໄດ້ສ້າງໄວ້ ຈຸດປະສົງເພື່ອປັບປຸງຄວາມເຂັ້ມແຂງແລະ ຄວາມສາມາດຂອງມັນ. ແຕ່ໜ້າເສຍດາຍ, ມັນມີແນວໂນ້ມທີ່ຈະດູດຜິວຫນັງຂອງມັນຢູ່ໃນສ່ວນຕ່າງໆຂອງຮ່າງກາຍຂອງມັນທຸກຄັ້ງທີ່ມັນຮູ້ສຶກ ປະສາດ ຫຼື ໄດ້ຮັບກັບສະພາບແວດລ້ອມໃໝ່. ພວກຂ້າພະເຈົ້າເອີ້ນ ໂລກ ນີ້ວ່າ ການປະພຶດທີ່ກະຕຸ້ນຈາກສະໝອງ ທີ່ເກີດຈາກຄວາມກົດດັນທີ່ຖີກຄັງເປັນສັດລຽ້ງ ແລະ ໃນການຖືກພັດພາກຈາກແມ່ຂອງມັນໃນຕອນອາຍຸຍັງນ້ອຍໆ. ຈຶ່ງເກີດມີການທຳລາຍທາງດ້ານຈິດໃຈ ແຕ່ອາຍຸສີ່ເດືອນຈັງແມ່ນຊ໊ອກຈິດໃຈແທ້ໆເດ. ເພື່ອພະຍາຍາມ ແລະ ຢຸດຢັ້ງພຶດຕິກຳແບບນີ້, ທີມງານຮັກສາສັດທາລົກ ແລະ ທີມອາສາຂອງພວກເຮົາໄດ້ຕົກແຕ່ງປະດັບປະດາໄປດ້ວຍເຄື່ອງຫຼີ້ນ ແລະ ໃຫ້ເວລາຫຼີ້ນຫຼາຍ. ທີມງານຂອງພວກເຮົາຈະລົງມືດຳເນີນການໃນເວລາທີ່ຫຈະມາເຖິງໃກ້ໆນີ້ຖ້າຫາກມັນແຂງແຮງຂື້ນ ແລ້ວຈາກນັ້ນພວກເຮົາກ່ໍຈະເລີ່ມລົງສູ່ຂັ້ນຕອນການຟື້ນຟູ ແລະ ແນະນຳມັນ ກັບ ລີງໂຕອື່ນໆເພື່ອມັນຈະໄດ້ສ້າງຄວາມສາມາດກັບຝູງລີງ ທີ່ ເໝາະສົມຕໍ່ໄປຕາມທິດທາງຕໍ່ໄປ. ພວກເຮົາໄດ້ກະແຜນການວ່າ ຈະແນະນຳມັນໃຫ້ແກ່ຄອບຄົວຝູງລີງທີ່ຍັງໜຸ່ມນ້ອຍ ເຊີ່ງ ມັນກໍ່ຈູະໄດ້ພົບກັບແມ່ລ້ຽງ ແລະ ນ້ອງສາວຂອງ ມັນ ທີ່ ຊື່ ຈິດຕາ, ເຊີ່ງເປັນລີງທາລົກໂຕໜຶ່ງທ່ີຖືກບໍລິຈາກໃນເດືອນ ສິງຫາຜ່ານມາ.
ເຊີນທ່ານຕິດຕາມຊົມອັບເດດກ່ຽວກັບເປ້ເປ້ໄດ້ທີ່ນີ້. ຖ້າທ່ານຕ້ອງການບໍລິຈາກທຶນຮອນໃຫ້ແກ່ກັບສາເຫດທີ່ເກີດຂື້ນ ແລະ ຊ່ວຍເຫຼືອພວກເຮົາຮັກສາປິນປົ່ວມັນ, ຂໍເຊີນທ່ານເຂົ້າມາທີ່ ເວບໄຊຕ໌ www.wfft.org/donate
ເພື່ອບໍລິຈາກທຶນຮອນ ແລະ ຢ່າລືມລະບຸວ່າການບໍລິຈາກຂອງທ່ານແມ່ນມອບໃຫ້ແກ່ກອງທຶນສູນຊ່ວຍເຫຼືອສັດປ່າແຫ່ງປະເທດລາວໃຫ້ແກ່ ເປ້ເປ້ ເທົ່ານັ້ນ.
ເພື່ອບໍລິຈາກທຶນຮອນ ແລະ ຢ່າລືມລະບຸວ່າການບໍລິຈາກຂອງທ່ານແມ່ນມອບໃຫ້ແກ່ກອງທຶນສູນຊ່ວຍເຫຼືອສັດປ່າແຫ່ງປະເທດລາວໃຫ້ແກ່ ເປ້ເປ້ ເທົ່ານັ້ນ.

No comments:
Post a Comment