Thursday, 19 October 2017

ຮອງນາຍົກ ຊີ້! ລັດຖະບານໄດ້ຈັດສັນງົບໃຫ້ຂະແໜງສາທາພຽງພໍທຸກປີ


ປັດຈຸບັນພັກ-ລັດຖະບານໄດ້ຖືເອົາວຽກງນຂະແໜງສາທະລະນະສຸກເປັນບູລິມະສິດ ເວົ້າລວມເວົ້າສະເພາະແມ່ນການສັກຢາກັນພະຍາດ, ການຮັກສາສຸຂະພາບຂອງແມ່ ແລະ ເດັກ. ສະນັ້ນ, ລັດຖະບານກໍ່ຄືກະຊວງການເງິນໄດ້ມີການຈັດສັນງົບປະມານແຕ່ລະປີໃຫ້ພຽງພໍກັບບັນດາໂຄງການຕ່າງໆທີ່ຈຳເປັນຂອງຂະແໜງສາທາລະນະສຸກ ແລະ ຕາມທີ່ສະພາໄດ້ຮັບຮອງຮັບເອົາເພື່ອໃຫ້ປະຊາຊົນລາວບັນດາເຜົ່າມີສຸຂະພາບດີຂຶ້ນເທື່ອລະກ້າວ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ສຳພາດຕໍ່ທີມງານອົງກາວີ ໃນວັນທີ 16 ຕຸລາ 2017 ທີ່ສູນການຊາວໜຸ່ມ, ໂອກາດດັ່ງກ່າວທາງທີມຂ່າວການເງິນໄດ້ມີໂອກາດສຳພາດ ວ່າ: ໃນໄລຍະຜ່ານມາ ສປປລາວ ໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງໃນວຽກງານສັກຢາກັນພະຍາດບໍ່ວ່າຈະເປັນທາງດ້ານງົບປະມານ, ວັກຊິນ, ວັດຖຸອຸປະກອນ, ພາຫະ ນະ ແລະ ການເຄື່ອນໄຫວວຽກງານແມ່ ແລະ ເດັກ, ການສັກຢາກັນພະຍາດໃນຂັັ້ນທ້ອງຖິ່ນເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍ. ຄຽງຄູ່ກັນນີ້ພັກ-ລັດຖະບານຍັງໄດ້ຈັດສັນງົບປະມານໃຫ້ຂະແໜງສາທາລະນະສຸກໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໃນແຜນງົບປະມານ, ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ລັດຖະບານກໍ່ໄດ້ຖືເອົາວຽກງານສາທາລະນະສຸກເປັນບູລິມະສິດ ເນື່ອງຈາກວ່າວຽກງານສາທາລະນະສຸກເປັນຂະແໜງການໜຶ່ງທີ່ຈະຊ່ວຍໃຫ້ສປປ ລາວຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ຮອດປີ 2030 ປະເທດຊາດໃຫ້ບັນລຸດ້ານສະຫັດສະວັດ.

ສຳລັບກະຊວງການເງິນ ມີຄວາມພະຍາຍາມຈັດສັນງົບປະມານແຕ່ລະປີໃຫ້ພຽງພໍ່ຕາມທີ່ສະ ພາແຫ່ງຊາດໄດ້ຮັບຮອງ ແລະ ໄດ້ຈັດສັນງົບປະມານປະຕິບັດບັນດາໂຄງການຕ່າງທີ່ຈຳເປັນຂອງຂະ ແໜງສາທາລະນະສຸກ ແລະ ອີກດ້ານໜຶ່ງກະຊວງການເງິນຈະໄດ້ສະໜອງທຶນໃຫ້ຄົບຕາມແຜນ ແລະ ໄດ້ມີການຕິດຕາມເອົາໃຈໃສ່ການປະຕິບັດໂຄງການດັ່ງກ່າວວ່າ ໄດ້ນຳໃຊ້ງົບປະມານຖືກຕ້ອງຕາມເປົ້າໝາຍ ແລະ ມີປະສິດທິຜົນ ຫລື ບໍ່? ແລະ ທຶນຈຳນວນດັ່ງກ່າວໄປເຖິງກຸ່ມເປົ້າໝາຍບໍ່? ໂດຍສະເພາະແມ່ນຂົງເຂດຊົນນະບົດ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...