Monday, 16 October 2017

ເລື່ອງເສົ້າ! ຜູ້ຮັກສາປະຕູ ໃນລີກອິນໂດເນເຊຍ ປະທະໜັກກັບເພື່ອນຮ່ວມທີມ ຈົນເສຍຊີວິດ







ວົງການບານເຕະຂອງປະເທດ ອິນໂດເນເຊຍ ຕ້ອງພົບກັບເລື່ອງເສົ້າ ຫຼັງຈາກ ໂຊອິຣູລ ຮູດາ ຜູ້ຮັດສາປະຕູຫົວໜ້າທີມ ເປີເຊລາ ເສຍຊີວິດຈາກການປະທະກັບເພື່ອນຮ່ວມທີມຂອງຕົວເອງ ເມື່ອວັນອາທິດທີ 15 ຕຸລາ ທີ່ຜ່ານມາ.
   ຜູ້ຮັກສາປະຕູອາຍຸ 38 ປີເຊິ່ງລົງຫຼິ້ນກັບສະໂມສອນໄປແລ້ວເກືອບ 500 ນັດ ປະທະກັບ ຣາມອນ ໂຣເດຣິເກສ ເພື່ອນຮ່ວມທີມ ຢ່າງໜັກ ໃນໄລຍະເຄິ່ງເວລາທໍາອິດຂອງການແຂ່ງຂັນ ອິນໂດເນເຊຍ ຊູບເປີລີກ ທີ່ພົບກັບ ເຊເມນ ປາດັງ ກ່ອນຖືກນໍາສົ່ງໄປໂຮງໝໍທັນທີ.
   ເຊິ່ງໝໍບໍ່ສາມາດຊ່ວຍຊີວິດຂອງ ຮູດາ ເອົາໄວ້ໄດ້ ໂດຍແພດ ຊາກິ ມູບາຣ໊ອກ ເປີດເຜີຍວ່າ: ລາວຖືກນໍາສົ່ງໂຮງໝໍ ຂະນະທີ່ຍັງຫາຍໃຈຢູ່ ກ່ອນເສຍຊີວິດໃນເວລາປະມານ 17:00 ໂມງ .

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...