Tuesday, 24 October 2017

ເຊີນທ່ຽວຊົມເຮືອນຊົງລາວ ໂດຍບໍ່ເສຍຄ່າບຸນນະມັດສະການພະທາດຫຼວງ


ເຮືອນ​ບູຮານ​ຊົງ​ລາວ ​ເປັນ​ກິດຈະ​ກຳ​ໜຶ່ງ​ຂອງ​ງານ​ບຸນ​ນະ​ມັດສະການ​ພະ​ທາດຫຼວງ​ວຽງ​ຈັນ ເຊິ່ງ​ການ​ສ້າງ​ເຮືອນ​ບູຮານ​ປະຈຳປີ 2017 ແມ່ນ​ມີ​ຄວາມ​ໂດດ​ເດັ່ນທາງ​ດ້ານ​ລັກສະນະ​ຮູບຊົງ ແລະ ການ​ຕົບແຕ່ງ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ປະເທດ​ລາວ​ ມີ​ບາດກ້າວ​ການ​ພັດທະ​ນາ​ດີ​ຂຶ້ນ ໄປ​ຄຽງ​ຄູ່​ກັບ​ການພັດທະນາ ແລະ ປົກ​ປັກ​ຮັກສາພະ​ທາດຫຼວງ​ວຽງ​ຈັນ ​ໃຫ້​ມີ​ຄວາມຍືນ​ຍົງ.
ທ່ານ​ນາງ ຈັນ​ນະພາ ວົງ​ສະໝໍ​ລະ​ພູມ ປະທານບໍລິສັດ ຊີ​ເອັນພີຂາ​ອອກ-ຂາ​ເຂົ້າ ສຳ​ຫຼວດ ແລະ ຂຸດ​ຄົ້ນ​ບໍ່​ແຮ່ ຈຳກັດ ໃຫ້​ສຳພາດ​ວ່າ: ໂດຍ​ໄດ້​ຮັບ​ການ​ມອບໝາຍ​ຈາກ​ພັກ-ລັດຖະບານ ກໍ່​ຄືອົງການ​ປົກຄອງນະຄອນຫຼວງວຽງ​ຈັນ ໃຫ້​ບໍລິສັດ​ຂ້າພະເຈົ້າຮັບຜິດຊອບ​ສ້າງ​ເຮືອນ​ຊົງ​ລາວ (ເຮືອນ​ບູຮານ) ໃນ​ງານ​ບຸນ​ນະມັດ​ສະການ​ພະ​ທາດຫຼວງ​ປະຈຳປີ 2017 ເພື່ອ​ກະກຽມ​ໃຫ້​ແກ່ການ​ຕ້ອນຮັບ​ເປີດ​ປີ​ທ່ອງ​ທ່ຽວລາວ 2018 ເຊິ່ງ​ບຸນ​ນະ​ມັດ​ສະການ​ພະ​ທາດຫຼວງ​ປີ 2016 ຜ່ານມາ ບໍລິສັດ​ໄດ້​ສ້າງ​ເຮືອນ​ບູຮານ ຈຳນວນ 2 ຫຼັງ ​ເຫັນ​ວ່າ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມເຊີຍ​ຈາກ​ມວນ​ຊົນ​ທີ່​ມາ​ທ່ຽວ​ຊົມ​ງານບຸນ​ເປັນ​ຈຳນວນ​ຫຼວງຫຼາຍ ສະນັ້ນ ປີ 2017 ບໍລິສັດ​ຈຶ່ງ​ໄດ້​ສືບຕໍ່ສ້າງ​ເຮືອນ​ບູຮານ​ເພີ່ມ​ຂຶ້ນ​ມີ​ຈຳນວນ​ທັງ​ໝົດ 8 ຫຼັງ ແອ້ມ ແລະ ປູ​ດ້ວຍ​ໄມ້ ມຸງ​ດ້ວຍ​ໄມ້​ສັບ ແລະ ດິນຂໍ​ທີ່​ມີ​ຮູບຊົງ​ລວດລາຍ​ແຕກຕ່າງ​ກັນ ພ້ອມ​ນັ້ນ ພາຍ​ໃນ​ເຮືອນຈະ​ມີ​ການ​ຕົບແຕ່ງ​ແບບ​ຊົງ​ລາວດັ່ງ​ເດີມ​ທີ່​ສວຍ​ງາມ ໂດຍ​ເລີ່ມ​ລົງມື​ກໍ່ສ້າງ​ມາ​ແຕ່​ເດືອນ​ພຶດສະພາ 2017 ເປັນຕົ້ນ​ມາ ໃຊ້​ງົບປະມານທັງ​ໝົດ 3,7 ຕື້​ກີບ ປັດຈຸບັນ ສຳເລັດ 90% ເພື່ອ​ອະນຸ​ຮັກ​ວັດ​ທະທຳ ແລະ ຮີດຄອງ​ປະເພນີ​ອັນ​ດັ່ງເດີມ​ຂອງ​ລາວ ແນໃສ່​ໂຄສະນາເຜີຍແຜ່​ວັດທະນະທຳ​ຂອງ​ລາວ ໃຫ້​ປະຊາຊົນ​ລາວ ລູກ​ຫຼານ​ທີ່ເກີດ​ຮຸ່ນ​ຫຼັງ ຕະຫຼອດ​ຮອດ​ແຂກທັງ​ພາຍ​ໃນ ແລະ ຕ່າງປະເທດ ໄດ້​ເຫັນ​ເຮືອນ​ຊົງ​ລາວ​ເດີມ ວິຖີການ​ດຳລົງ​ຊີວິດ ທີ່​ສ່ອງ​ແສງເຖິງ​ວັດທະນະທຳ ຮີດຄອງ​ອັນ​ດີງາມ​ຂອງ​ລາວ ນອກ​ນັ້ນ ພາຍ​ໃນຂອບ​ເຂດ​ບໍລິເວນ​ເຮືອນ​ບູຮານ ​ຍັງ​ມີ​ການສະແດງ​ສິລະ​ປະ​ວັດທະນະທຳ​ພື້ນເມືອງ ໝໍ​ລຳ ລະນາດ ການ​ຂັບ​ງື່ມ ອາຫານ​ພື້ນເມືອງລາວ ສວນ​ຈຳປາ ສວນ​ພຶກສາ ການ​ຕ່ຳຫູກ​ທໍ​ໄໝ ການ​ຕຳ​ເຂົ້າດ້ວຍ​ຄົກມອງ ແລະ ອື່ນໆ​ ໃຫ້​ນັກທ່ອງ​ທ່ຽວ​ທີ່​ມາ​ທ່ຽວ​ຊົມ​ບຸນ​ພະທາດຫຼວງ​ໄດ້​ທ່ຽວ​ຊົມ ແລະ ມີຄວາມ​ເບີກບານ​ມ່ວນຊື່ນ.
ສຳລັບ​ການ​ເຂົ້າ​ທ່ຽວ​ຊົມ​ບ້ານບູຮານ ​ບໍ່​ມີ​ການ​ເກັບ​ປີ້​ເສຍ​ຄ່າຜ່ານ​ປະຕູ​ແຕ່​ຢ່າງໃດ ແຕ່​ຈະ​ມີທີມ​ງານ​ຂາຍ​ນ້ຳ​ດື່ມ ແລະ ອາຫານ​ພື້ນເມືອງ​ລາວ ເພື່ອ​ນຳລາຍ​ຮັບ​ມາ​ຊຸກຍູ້​ທີມ​ງານ​ການສະແດງ​ສິລະ​ປະໃຫ້​ບໍລິການ ນັບ​ແຕ່​ວັນ​ທີ 27 ຕຸລາ​ນີ້​ເປັນຕົ້ນ​ໄປ ແລະ ພາຍຫຼັງທີ່​ສຳເລັດ​ບຸນ​ນະມັດສະການ​ພະທາດຫຼວງ​ແລ້ວ ​ເຮືອນ​ດັ່ງກ່າວ​ຍັງສືບຕໍ່​ໃຫ້​ບໍລິການ​ຕະຫຼອດ​ປີ​ທ່ອງທ່ຽວ​ລາວ 2018 ສະນັ້ນ ຂໍ​ເຊີນຊວນ​ມວນ​ຊົນ​ທີ່​ມາ​ທ່ຽວ​ຊົມ​ງານບຸນ​ນະມັດສະການ​ພະ​ທາດຫຼວງ ເຂົ້າ​ແວ່​ຢ້ຽມ​ຊົມ ແລະ ໃສ່​ຊຸດລາວ​ແບບ​ດັ່ງ​ເດີມ ເພື່ອ​ຖ່າຍຮູບເປັນ​ທີ່​ລະ​ລຶກ​ຕື່ມ​ອີກ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...