ເມືອງຊຳໃຕ້ແຂວງຫົວພັນ ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ທີ່ສຸດເທົ່າທີ່ເຄີຍມີມາຈາກພາຍຸເຂດຮ້ອນທີ່ພັດຜ່ານເມື່ອ ວັນທີ9-11ຕຸລາ 2017 ຜ່ານມາ ເຮັດໃຫ້ທັງເຂົ້ານາ, ເຮືອນຊານທີ່ຢູ່ອາໄສ ແລະ ສິ່ງຂອງອື່ນໆຂອງປະຊາຊົນໄດ້ຮັບຜົນເສຍຫາຍຢ່າງໜັກ.
ໃນນີ້ຮ້າຍແຮງກວ່າໝູ່ແມ່ນບ້ານເມືອງເກິນ
ເຊິ່ງເປັນບ້ານວິລະຊົນຂອງລາວຊື່ງຫ່າງຈາກເທດສະບານເມືອງຊຳໃຕ້ປະມານ 65 ກິໂລແມັດ
ເຊິ່ງມີ ປະຊາຊົນ 36 ຄອບຄົວມີພົນລະເມືອງ 184 ຄົນ ໄດ້ຮັບຜົນກະທົບ, ແຕ່ໂຊກດີບໍ່ມີຜູ້ເສຍຊີວິດ.
ຈາກການລົງກວດກາຕົວຈິ່ງມີເຮືອນຊານຂອງປະຊາຊົນຖືກເສຍຫາຍ
60% ຂຶ້ນໄປຈຳນວນ
6 ຫຼັງ, ເສຍຫາຍ
100% ແມ່ນເຮືອນ
1 ຫຼັງ, ເລົ້າເຂົ້າ
23 ຫຼັງ, ເນື້ອທີ່ນາເສຍຫາຍ
20 ເຮັກຕາ, ເຂົ້າເປືອກເສຍຫາຍທັງໝົດ
90 ໂຕນ, ລົດຈັກ
28 ຄັນ, ລົດໄຖນາ
16 ຄັນ, ໂຮງສີເຂົ້າ
10 ເຄື່ອງ, ຫູກ
ແລະ ກີ່ຕໍ່າຫູກ, ເຄື່ອງນຸ່ງຫົ່ມຕ່າງໆ, ເຮືອນຄົວ ແລະ ເຄື່ອງໃຊ້ໃນເຮືອນຄົວ.
ນອກນີ້ຍັງມີສັດລ້ຽງປະເພດງົວ 6 ໂຕ, ຄວາຍ 3 ໂຕ, ສັດປີກ 738 ໂຕ ແລະ ໜອງປາ 61 ໜອງຖືກເສຍຫາຍ
ລວມມູນຄ່າເສຍຫາຍປະມານ 1 ຕື້ກວ່າກີບ.
ລາວອັບເດດຂໍເປັນສື່ກາງເຖິງປວງຊາວລາວ
ຈົນພ້ອມກັນຊຸກຍູ້ຊ່ວຍເຫລືອປະຊາຊົນ ບ້ານເມືອງເກິນ ເມືອງແອດແຂວງຫົວພັນດ້ວຍ
ໂດຍສາມາດປະສານພົວພັນໃຫ້ການຊ່ວຍເຫລືອໄປທີ່ພະແນກແຮງງານແລະສະຫວັດດີການສັງຄົມ
ແຂວງຫົວພັນ ໂທ 064312048, 064314114
ຫລື ປະສານໄປທີ່ຫ້ອງວ່າການປົກຄອງແຂວງຫົວພັນ ໂທ 064312029
ຫລື ປະສານໄປທີ່ຫ້ອງວ່າການປົກຄອງແຂວງຫົວພັນ ໂທ 064312029









No comments:
Post a Comment