Monday, 16 October 2017

ນາຍົກລາຍງານ “ເສດຖະກິດມະຫາພາກມີສະຖຽນລະພາບດີ


ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງ ສະພາແຫ່ງດຊາດຊຸດທີ 8 ທີ່ໄຂຂຶ້ນເຊົ້າມື້ນີ້ວ່າ ເສດຖະກິດມະຫາພາກ ໃນປີ 2017 ໂດຍລວມແມ່ນມີສະຖຽນລະພາບດີ ໂດຍມີອັດຕາການເຕີບໂຕທາງເສດຖະກິດຢູ່ໃນລະດັບ 6,83% ຫລຸດແຜນ 0,17% ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ສະເລ່ຍຕໍ່ຫົວຄົນໝົດປີຄາດວ່າຈະບັນລຸ 2.472 ໂດລາສະຫະລັດ. ການເຕີບໂຕດັ່ງກ່າວໄດ້ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ 6.546 ຄອບຄົວ ເຊິ່ງລື່ນແຜນການທີ່ວາງໄວ້ ຄື 5.580 ຄອບຄົວ. ລະບົບການເງິນ ແລະ ງົບປະມານໄດ້ຮັບການປັບປຸງ ແລະ ພວມດຳເນີນໄປຢ່າງຕັ້ງໜ້າໂດຍມີການປັບປຸງຢ່າງຮອບດ້ານເປັນຕົ້ນດ້ານການຈັດຕັ້ງສັບຊ້ອນບຸກຄະລາກອນຢ່າງເໝາະສົມ, ນຳໃຊ້ລະບົບເຄື່ອງມືທີ່ທັນສະໃໝເຂົ້າໃນການຈັດເກັບລາຍຮັບພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆ, ເຊື່ອມໂຍງການຊຳລະຜ່ານລະບົບທະນາຄານ ເຊິ່ງເຮັດໃຫ້ການຮົ່ວໄຫຼດ້ານລາຍຮັບ-ລາຍຈ່າຍງົບປະມານ ແລະ ການລະເມີດວິໄນທາງດ້ານການເງິນມີທ່ວງທ່າລຸດລົງຢ່າງສັດເຈນ, ລາຍຮັບງົບປະມານໝົດປີ ຄາດວ່າຈະໄດ້ປະມານ 23.489 ຕື້ກີບ ເທົ່າກັບ 98,1%, ລາຍຈ່າຍງົບປະມານຄາດຄະເນຈະປະຕິບັດໄດ້ 31.508 ຕື້ກີບ ເທົ່າກັບ 97,24%.
ລັດຖະບານໄດ້ເອົາໃຈໃສ່ເປັນພິເສດໃນການສົ່ງເສີມການປະຢັດ ແລະ ຕ້ານການຟູມເຟືອຍງົບປະມານ ເຮັດໃຫ້ສາມາດຫຼຸດຜ່ອນການສິ້ນເປືອງງົບປະມານຂອງລັດຖະບານໃນພາກລ່າຍຈ່າຍລົງໃນລະດັບອັນແນ່ນອນ ລະບົບການເງິນໄດ້ຮັບການຄຸ້ມຄອງໃຫ້ມີສະຖຽນລະພາບໂດຍຮັກສາໄດ້ອັດຕາເງິນເຟີ້ສະເລ່ຍໃນລະດັບ 1-2% ອັດຕາແລກປ່ຽນໂດຍລວມເໜັງຕີງພຽງເລັກໜ້ອຍ ແລະ ສ່ວນຕ່າງລະຫວ່າງເງິນຕາແລກປ່ຽນຢູ່ຕະຫຼາດທົ່ວໄປ ແລະ ທາງການມາຮອດປະຈຸບັນຕ່າງກັນປະມານ 1-2% ພ້ອມກັນນີ້ກໍສາມາດຮັກສາຄັງສຳຮອງເງິນຕາງຕ່າງປະເທດໃຫ້ກຸ້ມການນຳເຂົ້າໄດ້ 4,14 ເດືອນ (ແຜນການແມ່ນ 5 ເດືອນ).
ສະພາບການລົງທຶນ ແລະ ດຳເນີນທຸລະກິດໄດ້ຮັບການປັບປຸງຕາມລຳດັບ ໂດຍສະເພາະແມ່ນພາຍຫລັງສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໃນທ້າຍປີ 2016 ລັດຖະບານໄດ້ສ້າງຕັ້ງຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂັ້ນສູນກາງ (ຄລທສ) ໂດຍມີຮອງນາຍົກລັດຖະມົນຕີເປັນປະທານ ຄະນະດັ່ງກ່າວສາມາດພິຈາລະນາການສະເໜີກ່ຽວກັບການລົງທຶນໄດ້ຢ່າງໂປ່ງໃສ, ຄ່ອງຕົວ ແລະ ວ່ອງໄວຂຶ້ນກວ່າເກົ່າ ສ່ວນໃນທ້ອງຖິ່ນກໍໄດ້ດຳເນີນການ ໂດຍມີຄະນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂັ້ນແຂວງ (ຄລທຂ) ພ້ອມກັນນີ້ລັດຖະບານກໍໄດ້ຈັດກອງປະຊຸມຮ່ວມກັບພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອຍົກສູງການສົ່ງເສີມການລົງທຶນຢູ່ລາວພ້ອມທັງຮັບຟັງຄຳຄິດເຫັນທີ່ຕົວຈິງ ແລະ ເປັນປະໂຫຍດ ເພື່ອປັບປຸງສະພາບການລົງທຶນ ແລະ ດຳເນີນທຸລະກິດພາຍໃນປະເທດ.
#ຂປລ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...