ຂະແໜງກ່ຽວຂ້ອງ ຊີ້ແຈງກ່ຽວກັບການປະຕິບັດໜ້າທີ່ຂອງຕົນ

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊຸດ ຊຸດທີ VIII ໃນວັນທີ 20 ຕຸລາ 2017 ຢູ່ທີ່ຫ້ອງວ່າການສູນກາງພັກ ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີກະຊວງກ່ຽວຂ້ອງ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ແຂກຖືກເຊີນເຂົ້າຮ່ວມ.
ການດຳເນີນກອງປະຊຸມບັນດາ ສສຊ ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດກາລັດຖະບານ ພ້ອມກັບຮັບຟັງການຊີ້ແຈງ-ຕອບຂໍ້ຊັກຖາມຈາກຜູ້ຕາງໜ້າບັນດາກະຊວງກ່ຽວຂ້ອງ ປະກອບມີ: ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຊິ່ງກ່ຽວກັບກະຊວງແຜນການ ແລະ ການລົງທຶນ ສສຊ ໄດ້ມີຂໍ້ຊັກຖາມ ເພື່ອໄຂຄວາມກະຈ່າງແຈ້ງໃນຫຼາຍບັນຫາ ເປັນຕົ້ນແມ່ນ ບັນຫາ ແລະ ວິທີການຄິດໄລ່ GDP ໃຊ້ລະບົບ ແລະ ກົນໄກໃດໃນປັດຈຸບັນ ເພື່ອໃຫ້ມີຄວາມຖືກຕ້ອງສ່ອດຄອງກັບສະພາເສດຖະກິດ-ສັງຄົມທີ່ສຸດ ບັນຫາກ່ຽວກັບການຈັດສັນທຶນຂອງລັດຖະບານໃນລະບົບ 40% ໃຊ້ໜີ້ 40% ສືບຕໍ່ ແລະ ອີກ 20% ໂຄງການໃໝ່ ການຈັດຕັ້ງປະຕິບັດ ກວດກາບັນດາໂຄງການຊ່ວຍເຫຼືອລ້າຂອງຕ່າງປະເທດ ໃນຂະບວນການພັດທະນາເສດຖະກິດ-ສັງຄົມ ທັງສູນກາງ-ທ້ອງຖິ່ນ ຄວາມຄືບໜ້າການສ້າງກົດໝາຍສົ່ງເສີມການລົງທຶນ ເພື່ອເປັນກົນໄກສຳຄັນໃນການຕິດຕາມກວດກາ ແລະ ບັງຄັບໃຊ້ໃຫ້ການລົງທຶນທັງພາຍໃນ-ຕ່າງປະເທດ ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ ແລະ ປະຊາຊົນ ບັນຫາການອະນຸມັດໂຄງການກໍ່ສ້າງເຂື່ອນໄຟຟ້າ ທີ່ເຫັນວ່າ ປັດຈຸບັນ ມີຫຼາຍໂຄງການ ໂດຍສະເພາະແມ່ນເຂື່ອນໄຟຟ້າຂະໜາດນ້ອຍ ມີການກໍ່ສ້າງທີ່ບໍ່ໄດ້ມາດຖານເຕັກນິກ ກໍ່ໃຫ້ເກີດສະພາບການເຂື່ອນແຕກ ສ້າງຜົນເສຍຫາຍແກ່ສ່ວນລວມ ແລະ ບັນຫາໂຄງການກໍ່ສ້າງສະໜາມບິນໜອງຄ້າງ ຢູ່ແຂວງຫົວພັນ ທີ່ເຫັນວ່າມີການຢຸດການກໍ່ສ້າງມາໄລຍະໜຶ່ງແລ້ວ ເຊິ່ງບັນຫານີ້ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຢືນຢັນປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນ ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ຈັດຕັ້ງປະຕິບັດໂຄງການນີ້ໃຫ້ສຳເລັດແນ່ນອນ ສຳລັບການຊີ້ແຈງ ແລະ ຕອບຂໍ້ຊັກຖາມຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໂດຍ ສສຊ ໄດ້ລົງເລິກເຖິງບັນຫາການເພີ່ມຄຸນະພາບວຽກງານການສຶກສາທົ່ວປະເທດ ການປັບປຸງຫຼັກສູດການຮຽນ-ການສອນໃຫ້ໄດ້ມາດຖານ ແລະ ສອດຄ່ອງກັບສະພາບຕົວຈິງຂອງພາຍໃນປະເທດ ກໍ່ຄືພາກພື້ນ ບັນຫາຄູສັນຍາຈ້າງທີ່ມີຈຳນວນຫຼາຍ ແຕ່ບໍ່ໄດ້ຮັບການບັນຈຸເຂົ້າເປັນພະນັກງານລັດຖະກອນ ບັນຫາການສົ່ງເສີມໃຫ້ນັກຮຽນເສັງຈົບຊັ້ນ ມ.ປາຍ ເຂົ້າຮຽນວິຊາຊີບໃຫ້ຫຼາຍຂຶ້ນ ບໍ່ເລືອກວິຊາຮຽນຕາມກະແສສັງຄົມເກີນໄປ ການແກ້ໄຂບັນຫາສະຖານທີ່ບັນເທີງໃກ້ກັບສະຖານການສຶກສາໃຫ້ເປັນລະບົບ ແລະ ຍືນຍົງ ລວມທັງການເພີ່ມທະວີຍົກສູງ ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງ ການສຶກສາຢູ່ຊົນນະບົດໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຫຼຸດຜ່ອນຊ່ອງວ່າງ ການປະລະການຮຽນໃຫ້ນັບມື້ຫຼຸດລົງເທື່ອລະກ້າວ ໂອກາດນີ້ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ຊີ້ແຈງ ແລະ ຕອບຂໍ້ຊັກຖາມຂອງບັນດາ ສສຊ ເພື່ອສືບຕໍ່ພັດທະນາລະບົບສາທາລະນະສຸກຂອງປະເທດໃຫ້ນັບມື້ດີຂຶ້ນ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໂດຍສະເພາະແມ່ນການຍົກລະດັບຄຸນະພາບການບໍລິການ ຍົກສູງຈັນຍາບັນ-ຈັນຍາທຳແພດໝໍ ລວມທັງການກໍ່ສ້າງຕຶກອາຄານທີ່ມີຄຸນະພາບ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການປິ່ນປົວໃຫ້ນັບມື້ຫຼາຍຂຶ້ນເປັນຕົ້ນ.
No comments:
Post a Comment