ຂປລ. ໃນວັນທີ 14 ຕຸລາ 2017, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ, ໄດ້ພົບປະໂອ້ລົມນັກສຶກສາລາວ ທີ່ພວມສຶກສາຄົ້ນຄວ້າ ໃນກຸ່ມມະຫາວິ ທະຍາໄລຈຸລາລົງກອນ, ກະເສດສາດ, ສະຖາບັນ ນິດ້າ, ມະຫາວິທະຍາໄລ ບົວລະພາ ແລະ ທຳມະສາດທ່າພະຈັນ.
ການພົບປະໂອ້ລົມໃນຄັ້ງນີ້, ແມ່ນລ້ຳລຶກ 23 ປີ ວັນຄູແຫ່ງຊາດ 7 ຕຸລາ, ທັງເປັນການສ້າງຂະ ບວນການຂອງນັກສຶກສາ ທີ່ຣາຊະອານາຈັກໄທ ໃນໂອກາດດັ່ງກ່າວ, ທ່ານ ແສງ ສຸຂະທິວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດານັກສຶກສາລາວ ທີ່ໄດ້ຖືກຄັດເລືອກມາສືກສາຄົ້ນຄວ້າ ໃນລະດັບຕ່າງໆ ຢູ່ໃນມະຫາວິທະຍາໄລດັ່ງກ່າວ, ພ້ອມເນັ້ນໃຫ້ເອົາໃຈໃສ່ສຶກສາຄົ້ນຄວ້າ ທາງດ້ານວິຊາການ ໃຫ້ເລິກເຊິ່ງເຖິງຖອງ, ຫລີກເວັ້ນປະກົດການຫຍໍ້ທໍ້ຕ່າງໆ ພ້ອມເຮັດສຳເລັດໜ້າທີ່ສຶກສາຄົ້ນຄວ້າ ໃຫ້ໄດ້ຕາມລະດັບຄາດໝາຍ, ນຳເອົາຄວາມຮູ້ອັນຍອດຍິ່ງ ໄປຮັບໃຊ້ການສ້າງສາພັດທະນາປະເທດຊາດ ໃຫ້ເກີດດອກອອກຜົນ.ທ່ານ ແສງ ສຸຂະທິວົງ ຍັງເນັ້ນໃຫ້ນັກສຶກສາລາວຕື່ມວ່າ: ທຸກຄົນຕ້ອງຄົ້ນຄວ້າກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດຖະບານ, ມີຫລັກໝັ້ນການເມືອງອັກໜັກແໜ້ນ, ເປັນແບບຢ່າງທີ່ດີໃນການຄົ້ນ ຄວ້າຮ່ຳຮຽນ, ຟັງຄຳສັ່ງສອນຕັກເຕືອນ ແລະ ເລືອກເຟັ້ນເອົາຄວາມຮູ້ຄວາມສາມາດ ຈາກຄູ-ອາຈານໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້.

No comments:
Post a Comment