ກອງປະຊຸມອາເຊັມ( ASEM ) ຄັ້ງທີ 6 ກ່ຽວກັບການຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານ ເພື່ອການພັດທະນາແບບຍືນຍົງທີ່ ລາວ ຮັບກຽດເປັນເຈົ້າພາບ ຈັດຂຶ້ນທີ່ໂຮງແຮມ ຈຳປາສັກແກຣນ ເມືອງປາກເຊ ແຂວງຈຳປາສັກ ໃນວັນທີ 25-26 ຕຸລາ 2017 ນີ້,ໂດຍໃຫ້ກຽດຮ່ວມເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດແລະສິ່ງແວດລ້ອມ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈຳປາສັກ ແລະ ທ່ານ ເລອ້ອນ ໂປ້ນ ຟາເບີ ( LEON PAUL FABER ) ທູດສະຫະພາບເອີຣົບປະຈຳລາວ, ນອກນີ້ຍັງມີຜູ້ຕາງໜ້າທະວີບອາຊີ ແລະ ເອີຣົບ ລວມທັງຊ່ຽວຊານພາຍໃນ ແລະ ຕ່າງປະ ເທດຈາກ 14 ປະເທດເຂົ້າຮ່ວມທັງໝົດ 128 ຄົນ.ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອນຳສະເໜີ ແລະ ແລກປ່ຽນບົດຮຽນການຄຸ້ມຄອງນໍ້າແບບປະສົມປະສານເພື່ອການພັດທະນາແບບຍືນຍົງ ແລະ ສົ່ງເສີມການຮ່ວມມືລະຫວ່າງອາຊີ ແລະ ເອີຣົບໃນຂອບ ອາເຊັມ( ASEM cooperation framework) ໂດຍສະເພາະຂອບການຮ່ວມມືລະຫວ່າງແມ່ນໍ້າຂອງ ແລະ ແມ່ນໍ້າ ອານຸບ. ຊຶ່ງກອງປະຊຸມຄັ້ງນີ້, ໄດ້ນໍາສະເໜີ, ຄົ້ນຄ້ວາ ແລກປ່ຽນ ປະກອບຄຳເຫັນໃສ່ 4 ຫົວຂໍ້ສຳຄັນຫຼັກຄື: 1. ນະໂຍບາຍດ້ານຊັບພະຍາກອນນໍ້າ, ຍຸດທະສາດ ແລະ ແຜນດຳເນີນງານການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວ ( ລະດັບພາກພື້ນ ແລະ ລະດັບປະເທດ ) . 2. ການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານຊັບພະຍາກອນນໍ້າໃນອ່າງຮັບນໍ້າໃລະດັບພາກພື້ນ, ລະດັບປະເທດ ແລະ ລະດັບທ້ອງຖິ່ນ ( ແນ່ໃສ່ການຮ່ວມມື ແລກປ່ຽນບົດຮຽນຕົວຈິງໃຫ້ຫຼາຍຂື້ນ ). 3. ການຄຸ້ມຄອງໄພພິບັດທີ່ກ່ຽວຂ້ອງກັບນໍ້າ ແລະ ການສ້າງຄວາມທົນທານຕໍ່ການປ່ຽນແປງສະພາບອາກາດ. ແລະ 4. ການຄຸ້ມຄອງຄຸນນະພາບນໍ້າ ແລະ ການບໍລິຫານຈັດການນໍ້າເປື້ອນ ( ແນໃສ່ການສົ່ງເສີມການຮ່ວມມືລະຫວ່າງລັດ ແລະ ພາກເອກະຊົນ ໃຫ້ກ້ວາງຂວາງ ) .
ໂອກາດນີ້ຜູ້ແທນກອງປະຊຸມຍັງໄດ້ ເຄື່ອນໄຫວລົງຢ້ຽມຢາມເບີ່ງພື້ນທີ່ອະນຸລັກບຶງກຽດໂງ້ງ ເມືອງປະທຸມພອນ ແຂວງຈໍາປາສັກ ເຊິ່ງແມ່ນຕົວແບຂອງ ສປປລາວ ໃນດ້ານການບໍລິຫານຈັດການຄຸ້ມຄອງນໍ້າ ແລະ ຊີວະນາໆພັນທາງນໍ້າອີກດ້ວຍ.
ຂ່າວ,ພາບ: ເກດສະໜາ ແກ້ວສຸວັນະແສງ



No comments:
Post a Comment