Sunday, 29 October 2017

ທະຫານຊີເຣຍ ປະທະເດືອດ ກັບນັກຮົບໄອເອສ ເສຍຊີວິດຫຼາຍກວ່າ 90 ຄົນ

ສໍານັກຂ່າວຕ່າງປະເທດລາຍງານຈາກກຸງເບຣຸຕ ປະເທດເລບານນອນ ໃນວັນທີ່ 29 ຕຸລາວ່າ ກອງທັບຊີເຣຍຄວບຄຸມພື້ນທີ່ສ່ວນໃຫຍ່ຂອງເມືອງເດອີຣ໌ ເອຊຊໍຣ໌ ເມືອງເອກຂອງແຂວງ ທາງພາກຕາເວັນອອກຕິດກັບແດນອີຣັກ ທ່ານ ຣາມີ ອັບເດລຣາຫ໌ມານ ຜູ້ອໍານວຍການສູນສັງເກດການສິດທິມະນຸດຊີເຣຍ(ເອສໂອເອອາຣ໌)ແຫ່ງອັງກິດ ເຜີຍວ່າ ການສູ້ຮົບດຸເດືອດ ຕະຫຼອດວັນເສົາເຮັດໃຫ້ນັກຮົບໄອເອສເສຍຊີວິດຢ່າງໜ້ອຍ 50 ຄົນ ສ່ວນກອງທັບຊີເຣຍສູນເສຍທະຫານ 23 ສະຫາຍ
ການປະທະກັນລ່າສຸດທະຫານສາມາດຍຶດຄອງພື້ນທີ່ເມືອງອເດອີຣ໌ ເອຊຊໍຣ໌ ວມທັງສະໜາມກີລາປະຈໍາເມືອງແລະຕອນນີ້ນັກຮົບໄອເອສຖືກຕີວົງປິດລ້ອມຢູ່ພື້ທີ່ລະຫວ່າງຕົວເມືອງກັບແມ່ນໍ້າຢູເຟຣຕິສກຸ່ມໄອເອສຍຶດພື້ນທີສ່ວນໃຫຍ່ຂອງແຂວງເດອີຣ໌ ທີ່ອຸດົມໄປດ້ວຍຊັບພະຍາກອນນໍ້າມັນ ມາດົນນານເກືອບ 3 ປີແລະກອງທັບຊີເຣຍເລີມບຸກຄືຮເລີ່ມຕັ້ງແຕ່ຕົ້ນ ເດືອນກັນຍາ ທີ່ຜ່ານມາ ແລະການສູ້ຮົບໃນວັນເສົານັບວ່າດຸເດືອດທີ່ສຸດຕັ້ງແຕ່ກອງທັບເລີ່ມບຸກການຕໍ່ສູ້ຍັງດໍາເນີນຕໍ່ມາໃນວັນອາທິດທີ່ 29 ຕຸລາທີ່ຜ່ານມາໂດຍຝ່າຍທະຫານຊີເຣຍມີເຮືອບິນ ຮົບກອງ ທັບຣັດເຊຍທີໂຈມຕີທາງອາກາດສະໜັບສະໜູນ



No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...