ທ່ານ ທອງຫຼ້າ ອອນລືໄຊ ຫົວໜ້າກອງກວດກາພາສີແຂວງຫຼວງນ້ຳທາ ຄະນະກຳມະການແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງຂັ້ນແຂວງກ່າວຕື່ມວ່າ:ນັບແຕ່ວັນທີ 1 ມັງກອນ 2017 ເຖິ່ງວັນທີ 31 ມີນາ 2017 ມີຈຳນວນພາຫະນະນຳເຂົ້າບໍ່ຖືກຕ້ອງທີ່ເຈົ້າຂອງພາຫະນະໄດ້ມາແຈ້ງນຳຄະນະກຳມະການທັງໝົດ 893 ຄັນ,ໃນນີ້ມີລົດບັນທຸກ 29 ຄັນ,ລົດກະບະ 390 ຄັນ, ລົດເກັງ 362 ຄັນ,ລົດຈິບ 61 ຄັນ,ລົດຕູ້ 8 ຄັນ,ລົດຕຸກໆ 1 ຄັນ,ລົດຈັກ 42 ຄັນ.
ຮອດວັນທີ 31 ມີນາ 2017ໄດ້ແກ້ໄຂສຳເລັດແລ້ວ 350 ຄັນໃນນີ້ມີລົດບັນທຸກ 11 ຄັນ,ລົດກະບະ 152 ຄັນ,ລົດເກັງ 137 ຄັນ,ລົດຈິບ26 ຄັນ,ລົດຕູ້ 3 ຄັນ ແລະ ລົດຈັກ 21 ຄັນ ແລະ ຍັງບໍ່ທັນໄດ້ແກ້ໄຂ 539 ຄັນ,ສາມາດເກັບລາຍຮັບຈາກການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງໄດ້ທັງໝົດ 8.931.783.000 ກີບ , ມອບເຂົ້າງົບປະມານ 8.619.095.800ກີບ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງແຕ່ລະຂັ້ນເປັນເຈົ້າການສຶກສາອົບຮົມໃຫ້ພະນັກງານ, ທະຫານ,ຕຳຫຼວດ,ນັກທຸລະກິດ,ຊາວຄ້າຂາຍ ແລະ ປະຊາຊົນຜູ້ທີ່ນຳໃຊ້ ແລະ ມີພາຫະນະນຳເຂົ້າບໍ່ຖືກຕ້ອງໄວ້ຄອບຄອງເປັນເຈົ້າການຕື່ນຕົວປະກອບສ່ວນເສຍພັນທະພາສີ-ອາກອນ,ນຳເອົາພາຫະນະມາເສຍພາສີ-ອາກອນຕາມລະບຽບກົດໝາຍໃຫ້ຖືກຕ້ອງ.
--------------------------------------
ພາບຂ່າວ: ສົມພອນຂຸນດາວົງ
ຂ່າວ: Luangnamtha

No comments:
Post a Comment