Thursday, 19 October 2017
ຂົວມິດຕະພາບລາວ-ໄທ ແຫ່ງທີ່ 5 ປາກຊັນ-ບຶງການ ໃກ້ຈະເກີດເປັນຮູບປະທຳ ໃນໄວໆນີ້
ໃນກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫວ່າງແຂວງບໍລິຄຳໄຊ-ຈັງຫວັດບຶງການ ຄັ້ງທີ III ວັນທີ 22 ທັນວາ 2016 ທີ່ຈັງຫວັດບຶງການ ປະເທດລາຊະອານາຈັກໄທ ເຈົ້າແຂວງບໍລິຄຳໄຊ ແລະ ຜູ້ວ່າລາດຊະການ ຈັງຫວັດບຶງການ ລາຊະນາຈັກໄທ ກໍ່ໄດ້ຢືນຢັນຕໍ່ກອງປະຊຸມວ່າ: ທັງສອງຝ່າຍ ຈະ ສ້າງເງື່ອນໄຂໃຫ້ລັດຖະບານຂອງຕົນເອງ ອານຸມັດໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ5 ປາກຊັນ-ບຶງການ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.
ຜ່ານມາຄະນະກຳມະການລາວ-ໄທ ໄດ້ມີຄວາມເຫັນດີເປັນເອກະພາບຕໍ່ກັບເນື້ອໃນບົດລາຍງານການສຶກສາ ແລະ ການອອກແບບລາຍລະອຽດໂຄງການຂົວມິດຕະພາບປາກຊັນ-ບຶງການ ໃນເດືອນພະຈິກ 2015, ກອງປະຊຸມຮ່ວມລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງຂອງລາວ ແລະ ລັດຖະມົນຕີກະຊວງຄົມມະນາຄົມຂອງໄທ ຢ່າງບໍ່ເປັນທາງການໃນເດືອນ ກໍລະກົດ 2016 ທີ່ບາງກອກ,ໄດ້ສະເໜີປັບແປງຮູບແບບດ້ານສະຖາປັດຕະຍະກຳຂອງຂົວໃຫ້ເປັນເອກະລັກຂອງສອງຊາດ, ຂອງທ້ອງຖີ່ນຢ່າງກົມກືນ ແລະໄດ້ລົງນາມໃນບົດບັນທຶກຕົກລົງ MOU ແຕ່ງຕັ້ງຄະນະປະຕິບັດງານຮ່ວມລາວ-ໄທ ເພື່ອສຶກສາຫາຂໍ້ຕົກລົງຮ່ວມກັນ ໃນການປັບປຸງຮູບຊົງຫຼັງຄາຂອງອາຄານດ່ານຝ່າຍລາວ, ປັບປຸງຮູບແບບຫໍຄອຍ ຫຼື Tower, ອາຄານ-ປະຕູເມືອງ ໃຫ້ເປັນເອກະລັກຂອງແຂວງບໍລິຄຳໄຊ, ໃຫ້ສອດຄ່ອງກັບລະບົບການຈະລາຈອນຂອງລາວ.
ໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງປາກຊັນ-ບຶງການ ມີຈຸດທີ່ຕັ້ງເບື້ອງລາວ ທາງເລກທີ 13 ໃຕ້ ກິໂລແມັດທີ 16 ເຂດບ້ານຫາງຊິງສະຫວ່າງ ເມືອງປາກຊັນ ແຂວງບໍລິຄຳໄຊ ໄລຍະທາງເຂົ້າຫາຂົວ 2, 857 ກມ; ເບື້ອງໄທ ຈຸດທາງຫຼວງເລກທີ 222, ກິໂລແມັດທີ 123 ໄລຍະທາງເຂົ້າຫາຂົວ 12,222 ກມ, ຄວາມຍາວຂອງຂົວມີ 1, 350 ກມ.
ຂົວຂ້າມນ້ຳຂອງປາກຊັນ-ບຶງການ ລວມທັງອາຄານ ແລະ ສະຖານທີ່ບໍລິການດ່ານຊາຍແດນ ໄດ້ອອກແບບໃຫ້ເປັນລະບົບທີ່ທັນສະໄໝ ປະສົມປະສານເອກະລັກຂອງລາວ-ໄທ ແລະ ຂອງທ້ອງຖິ່ນຢ່າງກົມກືນ. ຄາດຄະເນງົບປະມານການກໍ່ສ້າງທັງໝົດມູນຄ່າປະມານ 2000 ລ້ານບາດ ຕະກຸນເງິນໄທ ຊຶ່ງປັດຈຸບັນ ຝ່າຍໄທໄດ້ອະນຸມັດງົບປະມານຈັດສັນເນື້ອທີ່ດິນເຂດກໍ່ສ້າງ ລວມທັງສິ່ງປຸກສ້າງ ແລະ ຕົ້ນໄມ້ ສຳເລັດແລ້ວຫຼາຍກວ່າ 50%, ສຳລັບແຂວງບໍລິຄຳໄຊກໍ່ພວມເລັ່ງແກ້ໄຂເນຶື້ອທີ່ເຂດໂຄງການດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຍຸຕິທຳສົມເຫດສົມຜົນໃຫ້ແກ່ເປົ້າໝາຍກຳມະສິດຕ່າງໆ ນຳສະເໜີສະພາປະຊົນແຂວງພິຈາລະນາຮັບຮອງ.
ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຂ້າມແມ່ນ້ຳຂອງປາກຊັນ-ບຶງການ ແມ່ນຄວາມມຸ້ງຫວັງແລະ ການຄອງຄອຍຂອງຊາວແຂວງບໍລິຄຳໄຊ ສ ປ ປລາວ ແລະ ຊາວຈັງຫວັດບຶງການ ລາຊະອານາຈັກໄທ, ຖ້າຫາກໂຄງການໄດ້ຮັບການອະນຸມັດຈາກລັດຖະບານ ແລະ ກໍ່ສ້າງສຳເລັດຈະນຳຜົນປະໂຫຍດອັນມະຫາສານມາສູ່ປະຊາຊົນ ກໍ່ຄືປະເທດຊາດທັງສອງເວົ້າລວມ ໂດຍສະເພາະແມ່ນນຳຜົນປະໂຫຍດມາສູ່ປະຊາຊົນຊາວແຂວງບໍລິຄຳໄຊ ແລະ ຈັງຫວັດບຶງການຄື: ເຮັດໃຫ້ມູນຄ່າການຄ້າຊາຍແດນເພີ່ມສູງຂຶ້ນຫຼາຍເທົ່າຕົວ, ສິ່ງສຳຄັນຍັງເປັນການພັດທະນາເສດຖະກິດໄລຍະຍາວ, ຮອງຮັບໃຫ້ແກ່ການຄ້າ ການລົງທຶນລະຫວ່າງປະເທດ ແລະພາກພື້ນ, ການຄົມມະນະຄົມຂົນສົ່ງທາງບົກ, ການແລກປ່ຽນດ້ານວັດທະນະທຳ, ການທ່ອງທ່ຽວ ທັງປະກອບສ່ວນເຂົ້າໃນປະຊາຄົມເສດຖະກິດອາຊຽນອີກດ້ວຍ.
ຂ່າວ: ແຂວງບໍລິຄຳໄຊ
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...

No comments:
Post a Comment