Tuesday, 17 October 2017

ໄດ້ມີການຄົ້ນພົບພະພຸດທະຮູບຈຳນວນ 4 ອົງ ວັດບ້ານຖ້ຳ ມ. ຄູນ ຂ. ຊຽງຂວາງ





ຕອນເຊົ້າ ຂອງວັນທີ 17/10/2017ທີ່ຜ່ານມາ  ເວລາ 10:00 ໂມງ ໄດ້ມີການຄົ້ນພົບພະພຸດທະຮູບຈຳນວນ 4 ອົງ 3 ອົງໃຫຍ່ ແລະ1 ອົງນ້ອຍ ທີ່ວັດບ້ານຖ້ຳ ມ. ຄູນ ຂ. ຊຽງຂວາງ ໂດຍທັງຫມົດເປັນພະທອງ ບໍ່ມີລາຍລັກອັກສອນໃດໆບັນທຶກໄວ້ວ່າສ້າງຂຶ້ນປີໃດ...
ຕອນນີ້ທາງຄະນະບ້ານເພິ່ນໄດ້ມາບັນທຶກເປັນຫລັກຖານໄວ້ແລ້ວ ແລະໄດ້ເກັບໄວ້ທີ່ວັດບ້ານຖ້ຳນັ້ນເອງ ເພື່ອໃຫ້ຊາວບ້ານແລະຊາວພຸດທັງຫລາຍໄດ້ມາສັກກາລະບູຊາ ຂາບໄຫວ້ ເພື່ອຄວາມເປັນສິລິມຸງຄຸນສືບໄປ...
ແລະຕອນນີ້ທາງວັດເອງ ກໍ່ກຳລັງມີການກໍ່ສ້າງກຸດຕິຫລັງໃຫມ່ ແລະປະຕູໂຂງ ທ່ານໃດມີຈິດໃສໃຈສັດທາຈະຮ່ວມບໍລິຈາກທຶນຮອນເພື່ອສ້າງສາວັດວາອາຮາມ ເພື່ອຄວາມຈະເລີນຮຸ່ງເຮືອງຂອງສາສະຫນາ ກໍ່ສາມາດຕິດຕໍ່ໄປໄດ້ ທີ່ວັດບ້ານຖ້ຳ ມ. ຄູນ ຂ. ຊຽງຂວາງ...
ສາທຸ ສາທຸ ໆ ອະນຸໂມທາມິ !!

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...