Thursday, 26 October 2017

ລັດຖະບານ ອະນຸມັດ 300 ຕື້ກີບຕໍ່ປີ ເຂົ້າແກ້ໄຂໜີ້ 3 ແຈ ເລີ່ມຈ່າຍປີຫນ້າ



ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2017 ໄດ້ດຳເນີນຢ່າງເປັນທາງການ ໃນວັນທີ 24-25 ຕຸລາ 2017 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ, ສະມາຊິກລັດຖະບານ ໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນ ທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ; ສະພາບຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍທາງສັງຄົມ; ການລາຍງານ ແລະ ຊີ້ແຈງຂໍຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ IV ທີ່ຕິດພັນກັບຄວາມພະຍາຍາມຂອງລັດຖະບານ ໃນການສູ້ຊົນຈັດຕັ້ງປະຕິບັດເພື່ອບັນລຸຄາດໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໃນປີ 2017; ການປັບປຸງບັນຍາກາດການດໍາເນີນທຸລະກິດ ໃນ ສປປ ລາວ; ຄວາມຄືບໜ້າໃນການອ່ວາຍໜີ້ສາມແຈ ໃຫ້ແກ່ໂຄງການລົງທຶນຂອງລັດ; ສະພາບການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ; ການແກ້ໄຂສິ່ງກີດຂວາງການຂົນສົ່ງທາງບົກ ແລະ ການຄຸ້ມຄອງດ່ານສາກົນທາງບົກພາຍໃນປະເທດ; ການສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ການປັບປຸງຜະລິດຕະພັນໄມ້ ເພື່ອສົ່ງອອກຕ່າງປະເທດ.
ສຳລັບການແກ້ໄຂໜີ້ສິນດ້ວຍຮູບແບບອວາຍໜີ້ 3 ແຈ:ຕໍ່ບັນຫານີ້, ກອງປະຊຸມຕົກລົງເຫັນດີ ອ່ວາຍໜີ້ຈໍານວນ 3.250 ຕື້ກີບ ພາຍໃຕ້ເງື່ອນໄຂ: 1). ໂຄງການໃນແຜນ; 2). ໂຄງການທີ່ຜ່ານການກວດກາສຳເລັດ 100%; 3). ໂຄງການທີ່ຖືກສະພາແຫ່ງຊາດຮັບຮອງ ແລະ 4). ໂຄງການທີ່ໄດ້ກູ້ຢືມຈາກທະນາຄານທຸລະກິດ ເຊິ່ງໄດ້ຮັບການຢັ້ງຢືນ ຈາກທະນາຄານທຸລະກິດ ແລະ ທະນາຄານກາງ ໂດຍໃຫ້ກຳນົດເຂົ້າໃນແຜນຊຳລະ ນັບແຕ່ປີ 2018 ເປັນຕົ້ນໄປ ປີລະ 300 ຕື້ກີບ.
ພ້ອມທັງ ປະຕິບັດພັນທະຕ່າງໆຕາມກົດໝາຍ. ເຊິ່ງກອງປະຊຸມໄດ້ມອບໃຫ້ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ນຳລະອຽດຕື່ມ.
ແຫລ່ງຂ່າວ: ສນຍ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...