Tuesday, 31 October 2017
ເຈົ້າໜ້າທີ່ເມືອງນານທໍາລາຍຢາຂ້າຫຍ້າ 274 ລີດ
ໃນຕອນເຊົ້າຂອງວັນທີ່ 27 ຕຸລາ 2017ທີ່ຜ່ານມາ ນີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງນານ ສົມທົບກັພາກສວນທີ່ກ່ຽວຂ້ອງ ຈັດພິທີທຳລາຍຢາຂ້າຫຍ້າ ທີ່ນຳເຂົ້າບໍ່ຖືກຕ້ອງຢູ່ທີ່ຫຼັງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍການເຂົ້າຮ່ວມ ຂອງທ່ານ ໄມ່ສີງພອນ ແສງເພັດ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ, ທ່ານ ບຸນທັນ ສີສົມບັດ ກຳມະການພັກເມືອງ,ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນານ, ມີຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານ ແລະ ວິຊາການເຂົ້າຮ່ວມ.
ພິທີທ່ານ ບຸນທັນ ສີສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືຶອງ ວ່າດ້ວຍການອານຸມັດໃຫ້ຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ຈັດພິທີທຳລາຍຢາຂ້າຫຍ້າ,ຈາກນັ້ນທ່ານ ສົມສັກ ດວງເດືອນ ຫົວໜ້າໜ່ວຍງານບໍລິຫານຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ກໍ່ໄດ້ລາຍງານໃຫ້ຮູ້ວ່າ: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງນານ ໄດ້ສົມທົບກັບພາກສ່ວນຫ້ອງການທີ່ກ່ຽວຂ້ອງ ລົງເກັບກຳ ແລະ ກວດກາຢູ່ບັນດາບໍລິສັດ ສວນກ້ວຍຂອງຈີນ ແລະ ຫ້າງຮ້ານຕ່າງໆ ພາຍໃນເມືອງນານ ແລະ ວັນທີ່ 23/12/2016 ໄດ້ຢາຂ້າຫຍ້າຈາກຊາວຫວຽດນາມ ຢູ່ບ້ານປ່າໄຜ່ຈຳນວນ 60 ລິດ, ວັນທີ່ 3/05/2017 ໄດ້ຢາຂ້າຫຍ້າສູດຂອງຫວຽດ ມາຈາກ ບໍລິສັດ ຢາວເຈີນຖັງ ຈຳນວນ 18 ລິດ, ວັນທີ່ 4/05/2017 ໄດ້ຢາຂ້າຫຍ້າສູດຂອງໄທ ມາຈາກບໍລິສັດ ຫຼົງຊ່ຽນ ຈຳນວນ 36 ລິດ, ວັນທີ່ 15/06/2017 ໄດ້ຢ່າຂ້າຫຍ້າຈາກຊາວຫວຽດນາມ ຢູ່ບ້ານໂພນຫີນ ຈຳນວນ 40 ລີດ, ວັນທີ່ 16/06/2017 ໄດ້ຢາຂ້າຫຍ້າມາຊາວຫວຽດນາມທີ່ຝາກຢູ່ເຮືອນຂອງທ້າວ ຢືນ ບ້ານຫ້ວຍສາລາ ຈຳນວນ 120 ລີດ, ລວມທັງໝົດ 274 ລີດ ແລະ ທາງເຈົ້າໜ້າທີ່ຕິດຕາມ ກວດກາຄຸ້ມຄອງສີ່ງແວດລ້ອມຢູ່ພາຍໃນເມືອງນານໄດ້ເອີ້ນເອົາຜູ້ກ່ຽວມາສືກສາໂອຮົມ, ຕັກເຕືອນ ເພື່ອປົກປ້ອງຜູ້ຊົມໃຊ້ໃນການຮັກສາຊີວິດ, ສຸຂະພາບ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ຢາ, ຢາຂ້າຫຍ້າເຊີ່ງມີຫຼາຍປະເພດ, ຫຼາຍສະນິດທີ່ນຳເຂົ້າມາບໍ່ຖືກຕ້ອງຢູ່ພາຍໃນເມືອງນານ ໂດຍສະເພາະ ປະເພດທີ່ເປັນສານເຄມີ ບໍ່ວ່າຈະເປັນປະເພດດູດຊືມ ຫຼື ເຜົາໄໝ້ຖ້າຫາກຖືກນຳໃຊ້ແລ້ວກໍ່ລ້ວນແຕ່ມີຜົນກະທົບຕໍ່ລະບົບນິເວດ,ສິງແວດລ້ອມອ້ອມຂ້າງໂດຍສະເພາະເປັນອັນຕະລາຍຕໍ່ສຸຂະພາບຂອງຄົນທີ່ຢູ່ໃກ້ຄຽງ, ຜູ້ນຳໃຊ້ໂດຍກົງ ແລະ ເຖີງຂັ້ນເສຍຊີວິດຖ້າຫາກບໍ່ມີວິທີປ້ອງກັນຫຼືປະຫມາດຕໍ່ກັບບັນຫາດັ່ງກ່າວ, ພວກເຮົາໃນນາມເຈົ້າໜ້າທີ່ກ່ຽວຂ້ອງຈື່ງປະຕິບັດຕາມທິດຊີ້ນຳຂອງຂັ້ນເທີງວາງອອກ ແລະ ມອບໝາຍໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລົງສົມທົບກັບຫ້ອງການທີ່ກ່ຽວຂ້ອງ ລົງເຄື່ອນໄຫວ, ກວດກາ ແລະ ສະກັດກັ້ນ ຈື່ງພົບເຫັນຢາປະເພດ ສານເຄມີຈຳນວນໜື່ງ, ເພື່ອຢືດເອົາໄປທຳລາຍຖິ້ມ.
ຈາກນັ້ນ ພາກສ່ວນຕ່າງໆ ນໍາໂດຍ ທ່ານ ໄມ່ສີງພອນ ແສງເພັດ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບເມືອງນານ ກໍ່ໄດ້ພາກັນລົງມືທຳລາຍໂດຍການເທນ້ຳຢາລົງຂຸມຂຸມມີຂະໜາດ 1×2 ແມັດ ແລະ ເລິກ 1,5 ແມັດ,ແລ້ວເອົາດີນຖົມ, ສ່ວນກະຕຸກກະບ່ອງໃສ່ຢາແມ່ນ ໄດ້ເຜົາທຳລາຍ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...
-
ຊົນເຜົ່າ ອາຄາ ອີກຊື່ໜຶ່ງແມ່ນ ອີກໍ ເປັນຊົນເຜົ່າໜຶ່ງທີ່ຈັດຢູ່ໃນໝວດພາສາ ຈີນ-ຕີເບດ ເຊິ່ງປະກອບມີຫຼາຍແຊງ ເຊັ່ນ: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນ...
-
ວັນນີ້ຂໍທວນຄືນວິລະກຳໂຕນຄຸກຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ເນື່ອງໃນໂອກາດ ລະນຶກເຖິງວັນໂຕນຄຸກ ແບບມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ວິລ...
-
ສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໄດ້ຕີພີມປື້ມຄວາມເປັນຈິງກ່ຽວກັບຈຸດຄົງຄ້າງເສັ້ນຊາຍແດນລາວ-ກຳປູເຈຍ ເຊິ່ງມີເນື້ອໃນສຳຄັນວ່າ: ສປປ.ລາວ ແລະ ກຳປູເ...




No comments:
Post a Comment