Thursday, 19 October 2017

ກະຊວງການເງິນອອກແຈ້ງການເລກທີ 2667/ຫກງ ລົງວັນທີ 17 ຕຸລາ 2017 ໃຫ້ຜູ້ໃຊ້ລົດໄປເສຍຄ່າທໍານຽມທາງ



ກະຊວງການເງິນອອກແຈ້ງການເລກທີ 2667/ຫກງ ລົງວັນທີ 17 ຕຸລາ 2017 ໃຫ້ຜູ້ໃຊ້ລົດໄປເສຍຄ່າທໍານຽມທາງປະຈຳປີ 2017 ນັບແຕ່ວັນທີ 30 ຕຸລາເປັນຕົ້ນໄປ. ໂດຍການຊຳລະຄ່າທຳນຽມທາງແມ່ນ ສາມາດຊຳລະຜ່ານ 5 ຊ່ອງທາງຄື: ຜ່ານລະບົບທະນາຄານການຄ້າຕ່າງປະເທດລາວມະຫາຊົນ: ຜ່ານເຄົາເຕີ, ຜ່ານແອບມືຖື, ຜ່ານຕູ້ເອທີເອັມ ແລະ ຕູ້ອັດຕະໂນມັດ, ແລະ ຕາມຈຸດບໍລິການທີ່ໄດ້ຮັບອະນຸຍາດ ຕາມອັດຕາທີ່ໄດ້ກຳນົດໃນ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 001/ປປທ ລົງວັນທີ 20 ກັນຍາ 2017 ຫາກທ່ານໃດບໍ່ເສຍກໍຈະມີການປັບໃຫມຕາມແຕ່ລະກໍລະນີ.
ຂໍ້ມູນເພີ່ມເຕີມສາມາດສອບຖາມໄດ້ທີ່ ກົມສ່ວນສາອາກອນ: 021 217 025 ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ: 1555.
ເນື່ອງຈາກຄວາມຫຼ້າຊ້າໃນການປັບປຸງນິຕິກຳ ແລະ ກົນໄກການຄຸ້ມຄອງການເກັບຄ່າທຳນຽມທາງໃນປີ ດ້ວຍລະບົບທີ່ທັນສະໄໝ ແລະ ອີງຕາມຜົນການຈັດຕັ້ງປະຕິບັດ, ສະນັ້ນ ການເສຍຄ່າທຳນຽມທາງປະຈຳປີ 2017 ແມ່ນໃຫ້ເລີ່ມ ນັບແຕ່ວັນທີ 30 ຕຸລາ 2017 ເປັນຕົ້ນໄປ ຈົນຮອດ ວັນທີ 31 ມີນາ 2018 ແຕ່ຖ້າກາຍກຳນົດເວລາດັ່ງກ່າວ ຈະຖືກປັບໄໝຕາມແຕ່ລະກໍລະນີທີ່ກຳນົດໃນ IV ຂໍ້ 2 ຂອງຄຳແນະນຳຈັດຕັ້ງປະຕິບັດ ລັດຖະບັນຍັດວ່າດ້ວຍຄ່າທຳນຽມທາງສະບັບເລກທີ 3455/ກງ ລົງວັນທີ 10 ຕຸລາ 2017.
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃດທີ່ນຳໃຊ້ຍານພາຫະນະໃຫມ່ ເຖິງແມ່ນວ່າຈະນຳໃຊ້ ຫຼື ຂຶ້ນທະບຽນຍານພາຫະນະໃນວັນທີ ເດືອນ ປີ ໃດກໍຕາມ ຕ້ອງໄດ້ເສຍຄ່າທຳນຽມທາງປະຈຳປີນັ້ນ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...