Tuesday, 17 October 2017

ປະເທດລາວເຮົາໄດ້ງົບ 2 ລ້ານກວ່າໂດລາເພື່ອປົກປັກຮັກສາສິ່ງແວດລ້ອມ


ພິທີເຊັນສັນຍາ ສະໜອງທຶນໃຫ້ ໂຄງການ ລະຫວ່າງ ກອງທຶນປົກປັກຮັກສາ ສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກ ອົງການຄຸ້ມຄອງ ແລະ ປົກປັກຮັກສາ ແຫຼ່ງນ້ຳເທີນ 2 (ອຄປ.ທ.2) ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 16 ຕຸລາ 2017 ເຊິ່ງຈັດຂື້ນທີ່ຫ້ອງປະຊຸມຂະແໜງສິ່ງແວດລ້ອມ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນ ປະທານ ແລະ ສັກຂີພິຍານ ຂອງ ທ່ານ ນາງ ບຸນຄຳ ວໍລະຈິດ , ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ຮອງປະທານ ສະພາບໍລິຫານ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ພ້ອມດ້ວຍບັນດາຫົວໜ້າກົມອ້ອມຂ້າງ ເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດປະມານ 20 ທ່ານ.
     ໃນພິທີເຊັນສັນຍາດັ່ງກ່າວ ແມ່ນໃຫ້ກຽດລົງນາມ ເຊັນສັນຍາໂດຍ ທ່ານ ຄຳປະດິດ ຄໍາມູນເຮືອງ, ຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ທ່ານ ທອງແອັດ ໄພວັນ, ຮັກສາການ ຜູ້ອຳນວຍການ ອົງການຄຸ້ມຄອງ ແລະ ປົກປັກຮັກສາ ແຫຼ່ງນ້ຳເທີນ 2 (ຕ່າງໜ້າຈາກໂຄງການທີ່ໄດ້ຮັບທຶນ). ງົບປະມານຂອງໂຄງການ ແມ່ນ 2,999,783 ໂດລາສະຫາລັດ ຫຼື ປະມານ 24,298,242,300 ກີບ.
      ການສະໜອງທຶນຮອນດັ່ງກ່າວ ເປັນການປະກອບສ່ວນສໍາຄັນ ເພື່ອຊ່ວຍ ອຄປ.ທ.2 ໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານ 5 ປີ ຂອງຕົນ (2017-2021) ເພື່ອໃຫ້ສາມາດ ບັນລຸເປົ້າໝາຍວາງໄວ້ ຄື:
• ຮັກສາ/ເພີ່ມ ອັດຕາການປົກຫຸ້ມ ຂອງປ່າໄມ້ໃນເຂດພື້ນທີ່ ອ່າງໂຕ່ງນ້ຳເທີນ2 ໂດຍເນັ້ນໃສການຟື້ນຟູປ່າແຄມນໍ້າ ແລະ ການນໍາໃຊ້ແບບຍືນຍົງ ຂອງລະບົບນິເວດ ແຄມນໍ້າ.
• ຮັກສາ ແລະ ເພີ່ມຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ ແລະ ທີ່ຢູ່ອາໄສທີ່ສຳຄັນໂດຍສະເພາະປະຊາກອນ ຂອງຊະນິດສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ.
• ປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນທີ່ອາໃສຢູ່ ພາຍໃນ ແລະ ອ້ອມຮອບເຂດອ່າງໂຕ່ງ ນໍ້າເທີນ2 ໂດຍຜ່ານແນວທາງ ການພັດທະນາ ຂັບເຄື່ອນໂດຍຊຸມຊົນ.
• ສ້າງຄວາມເຂັ້ມແຂງ ຄວາມອາດສາມາດ ຄວາມເປັນເຈົ້າການຂອງປະຊາຊົນທ້ອງຖິ່ນ ແລະ ຂະແຫນງການ ກ່ຽວຂ້ອງຂອງລັດ ລວມທັງຫນ່ວຍງານ ການບັງຄັບໃຊ້ກົດໝາຍ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ ແບບຍືນຍົງ.
ແຫຼ່ງຂ່າວ: ຈົດໝາຍຂ່າວ Message
 ------------------------------------------------ 
Champa Update : ຮອບຮູ້ຂ່າວສານແດນຈຳປາ 

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...