Tuesday, 17 October 2017

ກອງປະຊຸມພັກຄອມມູນິດຈີນຄັ້ງທີ 19 ໄຂຂຶ້ນມື້ນີ້




ກອງປະຊຸມພັກຄອມມູນິດຈີນຄັ້ງທີ 19 ໄດ້ໄຂຂື້ນຢ່າງເປັນທາງການໃນວັນທີ 18 ຕຸລາ 2017 ຢູ່ທີ່ນະຄອນຫລວງ ປັກກິງ, ສປ ຈີນ ເຊິ່ງວາລະຂອງກອງປະຊຸມຈະໄດ້ດຳເນີນເປັນເວລາ 7 ວັນ ນັບແຕ່ວັນທີ 18-24 ຕຸລາ.
ໂຄສົກກອງປະຊຸມພັກກອມມູນິດຈີນຄັ້ງທີ 19 ທ່ານ ໂຖ ເຈິນ (Tuo Zhen) ໄດ້ກ່າວໃນພິທີຖະແຫຼງຂ່າວວານນີ້ທີ່ປັກກິ່ງວ່າ ກອງປະຊຸມພັກຄັ້ງນີ້ແມ່ນມີຄວາມສຳຄັນຫລາຍສຳລັບ ສປ. ຈີນ ເພາະຈັດຂຶ້ນໃນທ່າມກາງທີ່ຈີນພວມສູ້ຊົນຍາດເອົາໄຊຊະນະໃນການສ້າງສັງຄົມທີ່ວັດທະນາຖາວອນລະດັບປານກາງ ແລະ ການສ້າງສັງຄົມນິຍົມຕາມສີສັນຂອງຈີນໄດ້ກ້າວເຂົ້າສູ່ໄລຍະທີ່ມີຄວາມສຳຄັນຍິ່ງ.
ໃນກອງປະຊຸມ ຜູ້ແທນຈາກທົ່ວປະເທດຈະຕີລະຄາວຽກງານຂອງພັກກອມມູນິດຈີນໃນ 5 ປີຜ່ານມາ ແລະ ທົບທວນ ພາລະກິດປະຫວັດສາດທີ່ຄະນະກຳມະການສູນກາງພັກກອມມູນິດຈີນ ພາຍໃຕ້ການຊີ້ນຳຂອງສະຫາຍສີຈິງຜິງ ໄດ້ຜ່ານຜ່າ ພ້ອມທັງ ທົບທວນບົດຮຽນທີ່ພັກຍາດໄດ້ໃນການເຕົ້າໂຮມຄວາມສາມັກຄີທົ່ວພັກ ແລະ ທົ່ວປວງຊົນຈີນ ແລະ ນຳພາປະຊາຊົນຈີນຍົກສູງ ແລະ ສ້າງສາພັດທະນາສັງຄົມນິຍົມຈີນນັບຕັ້ງແຕ່ກອງປະຊຸມຄັ້ງທີ 18 ຜ່ານມາ.
ກອງປະຊຸມໃນຄັ້ງນີ້ຍັງຈະກຳນົດແຜນປະຕິບັດງານ ແລະ ບູລິມະສິດທີ່ສຳຄັນ ລວມທັງຫຼັກການຕ່າງໆທີ່ໄດ້ປັບປຸງໃຫ້ເຂົ້າກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ ແລະ ກຳນົດແຜນຍຸດທະສາດທີ່ສຳຄັນ ລວມທັງມາດຕະການຈັດຕັ້ງປະຕິບັດພາລະກິດຂອງພັກ ແລະ ປະເທດຊາດ.
#ຂປລ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...