Monday, 16 October 2017

ນະຄອນຫລວງຈູດຢາບ້າ 13 ລ້ານກວ່າເມັດ ຂະນະທີ່ຢາເສບຕິດຍັງເປັນໄຟຄຸກຄາມສັງຄົມຢ່າງຮ້າຍແຮງ




ໃນວັນທີ 17 ຕຸລາ 2017 ນີ້ ທີ່ສວນເຈົ້າອານຸແຄມຂອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບຮ່ວມບັນດາກະຊວງກ່ຽວຂ້ອງໄດ້ຈັດພິທີຈູດ ແລະ ທໍາລາຍຢາເສບຕິດຈໍານວນຫລາຍ ໃນນັ້ນມີ ຢາບ້າ 13 ລ້ານກວ່າເມັດ, ກັນຊາ 2 ພັນກວ່າກິໂລກຣາມ ແລະ ອື່ນໆ. 
ພິທີຈູດດັ່ງກ່າວໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ປະທານກວດກາສູນກາງ ຮອງນາຍົກລັດຖະມົນຕີ ແລະ ທ່ານ ພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມທູດຕານຸທູດ, ອົງການຈັດຕັ້ງສາກົນ, ພາກລັດ ແລະ ເອກະຊົນ.
ທ່ານ ພົນຕີ ສົມແກ້ວ ສີລາວົງໄດ້ກ່າວວ່າ: ບັນຫາຢາເສບຕິດເປັນກາຍເປັນໄຟຄຸກຄາມຄວາມໝັ້ນຄົງ, ທໍາລາຍເສດຖະກິດ, ບັນທອນໄວໜຸ່ມຍິງຊາຍ ແລະ ສ້າງປະກົດການຫຍໍ້ທໍ້ໃນສັງຄົມຢ່າງຮ້າຍແຮງ ສະນັ້ນທຸກພາກສ່ວນຕ້ອງຮ່ວມແຮງຮ່ວມໃຈສະກັດກັ້ນ ແລະ ຕີຖອຍຢ່າງເດັດດຽວເພື່ອຮັບປະກັນບໍ່ໃຫ້ບັນຫາດ່ັງກ່າວໝົດໄປໃນສັງຄົມ.
ໂດຍ: ຈົດໝາຍຂ່າວ

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...