Monday, 30 October 2017

ຄາດວ່າການສົ່ງອອກກາເຟລາວ ປີນີ້ຈະບັນລຸ 112 ລ້ານໂດລາ


ຂປລ. ອາທິດ​ຜ່ານ​ມາ​ນີ້, ສະຫະກອນຜູ້ຜະລິດກາເຟ ເຂດພູພຽງບໍລະເວນ ໄດ້ຈັດງານສະເຫລີມສະຫລອງ ຄົບຮອບ 10 ປີ (2007-2017) ໃນການສ້າງຕັ້ງສະຫະກອນ ທີ່​ແຂວງ​ຈໍາປາ​ສັກ ໂດຍເຂົ້າຮ່ວມ ຂອງ ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈຳປາສັກ, ມີຄະນະນຳ, ແຂກຖືກເຊີນຈາກ ແຂວງສາລະວັນ, ເຊກອງ ແລະ ຈຳປາສັກ ແລະ ສະມາຊິກສະຫະກອນເຂົ້າຮ່ວມ. 
ສະມາຊິກ​ສະຫະກອນ ​ໄດ້​ເປີດ​​ເຜີຍ​ວ່າ: ​ເມືອງ​ປາກ​ຊ່ອງ ​ແຂວງ​ຈໍາປາ​ສັກ ​ມີ​ທ່າ​ແຮງ​ໃນ​ການ​ ຜະລິດກະສິກໍາ ​ເປັນ​ພິ​ເສດ​ ໂດຍ​ສະ​ເພາະ​ການ​ປູກ​ກາ​ເຟ ​ເຊິ່ງພື້ນ​ທີ່​ເກືອບ​ທັງ​ໝົດ ​ເ​ປັນ​ດິນ​ພູ​ໄຟ​ເກົ່າ​​ເໝາະ​ແກ່​ ການ​ປູກ​ກາ​ເຟ, ປູກ​ພືດ​ກະສິກໍາ​ສະໜອງ​ ສະບຽງ​ອາຫານ​ໃຫ້​ພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ ​ແຕ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ ການ​ປູກ​ກາ​ເຟ ຄາດ​ວ່າ​ພາຍ​ໃນ​ປີ 2017 ການ​ສົ່ງ​ອອກ​ກາ​ເຟ ຈະ​ບັນລຸ 112 ລ້ານ​ໂດ​ລາ​ສະຫະລັດ.

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...