Tuesday, 13 March 2018

ອຸບັດຕິເຫດລົດໃຫຍ່ປີ້ນ ຫົວພູນາກາຍ ເສຍຊີວິດ 5 ລາຍ ບາດເຈັບ 10 ກ່ວາລາຍ


ລາຍງານຈາກຫນ່ວຍກູ້ໄພແຂວງຄຳມ່ວນວ່າ: ໃນວັນທີ 13.03.2018 ເວລາ: 18:30 ນາທີ ໄດ້ເກີດມີລົດໃຫຍ່ ເຊອ້າ ປີ້ນເມືອງ ນາກາຍ ແຂວງ ຄຳມ່ວນ ໃນຈຸດເກີດເຫດມີຜູ້ບາດເຈັບ 13 ຄົນ ເປັນເພດຊາຍ , ເສຍຊີວິດຢູ່ໂຮງໝໍ 01 ຄົນ ເພດຊາຍ ແລະ ເສຍຊີວິດຄາທີ່ 04 ຄົນ ເພດຊາຍ.
ສ່ວນຜູ້ບາດເຈັບແມ່ນທີມງານຂອງພວກເຮົາໄດ້ສົມທົບທາງເຈົ້າໜ້າທີ່,ໂຮງໝໍເມືອງຍົມມະລາດ,ໂຮງໝໍເມືອງນາກາຍແລະທີມແພດສຸກເສີນພູເບ້ຍ ລຳລຽງຜູ້ບາດເຈັບມາສູ່ໂຮງໝໍເມືອງຍົມມະລາດ
– ຜູ້ບາດເຈັບສາຫັດ 5ຄົນ ແລະຜູ້ບາດເຈັບເລັກ ແມ່ນທີມງານຂອງພວກເຮົາແລະທີມງານໜ່ວຍກູ້ໄພຊາວໜຸ່ມໄດ້ລຳລຽງສົ່ງໂຮງໝໍແຂວງຄຳມ່ວນ
ລົດສຸກເສີນ 001 ແລະ 003 ນຳສົ່ງ …ສ່ວນຊາກສົບແມ່ນທາງເຈົ້າໜ້າທີ່ຮັບຜິດຊອບນຳສົ່ງກັບເອງ…







ພວກເຮົາຂໍສະແດງຄວາມເສຍໃຈມາຍັງຄອບຄົວຂອງຜູ້ເສຍຊີວິດດ້ວຍ…

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...