Monday, 29 January 2018
ເຫດໄຟໄຫມ້ສາງເກັບເຄື່ອງເສຍຫາຍສົມຄວນ
ວັນທີ 28 ມັງກອນ 2018ທີ່ຜ່ານມາ ເວລາ 16:29ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ ໄດ້ຮັບແຈ້ງຜ່ານເບີ 1623 ວ່າມີໄຟໄໝ້ສາງເກັບເຄື່ອງ ຈຸດເກີດເຫດແມ່ນ ບ້ານ ສະພັງຄະນົງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
ໝ່ວຍກູ້ໄພມູນນິທິ 1623 ອອກກວດສອບເຫດພົບວ່າເພີງກຳລັງໄຫມ້ລຸກລາມ ເປັນວົງກວ້າງ ດັ່ງນັ້ນໜ່ວຍກູ້ໄພມູນນິທິ ຈຶ່ງໄດ້ສົມທົບກັບພະແນກສະກັດກັ້ນອັກຄີໄພນະຄອນຫຼວງຊ່ວຍກັນດັບໄຟ ຈົນຄວບຄຸມເພີງໄດ້ສຳເລັດເປັນທີ່ຮຽບຮ້ອຍ ໂດຍໃຊ້ເວລາຄວມຄຸມເພີງປະມານ 1ຊົ່ວໂມງ ຄວາມເສຍຫາຍແມ່ນ ເຄື່ອງອຸປະກອນໄຟຟ້າພາຍໃນສາງຈຳນວນຫລາຍສົມຄວນ.
ສ່ວນສາເຫດແມ່ນ ການຈູດປ່າບໍລິເວນໃກ້ຄຽງແລ້ວເເປວໄຟລຸກລາມໃສ່ບໍລິເວນມີວັດຖຸຕິດໄຟງ່າຍ.
Subscribe to:
Post Comments (Atom)
ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ
ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...






No comments:
Post a Comment