ນາຍົກລັດຖະມົນຕີແຫ່ງສປປລາວ
ໄດ້ອອກຂໍ້ຕົກລົງເລກທີ 81/ນຍ ລົງວັນທີ 30 ພະຈິກ 2017 ວ່າດ້ວຍວ່າການແບ່ງຕົວເລກລັດຖະກອນໃໝ່
ປີ 2018
ຈໍານວນ 3,000 ຄົນ.ໃນນີ້ ຫຼາຍກວ່າໝູ່ຍັງແມ່ນກະຊວງສຶກສາທິການ ແລະ ກີລາ ຈໍານວນ 1,850 ຄົນ, ຮອງມາແມ່ນ
ກະຊວງສາທາລະນະສຸກ ຈໍານວນ 440 ຄົນ, ກະຊວງກະສິກໍາ ແລະ ປ່າໄມ້ ຈໍານວນ 71 ຄົນ, ກະຊວງການເງິນ
ຈຳນວນ 50 ຄົນ.
ສ່ວນແຂວງທີ່ໄດ້ຫຼາຍແມ່ນໄຊສົມບູນ 20 ຄົນ
ຮອງມາແມ່ນສະຫວັນນະເຂດ 13 ຄົນ.
ໃນຂໍ້ຕົກລົງ ໄດ້ເນັ້ນເຖິງການບັນຈຸລັດຖະກອນໃໝ່ນີ້
ຕ້ອງບົນພື້ນຖານຫຼັກການຄວາມສະເໝີພາບ, ເປີດເຜີຍ, ພາວະວິໄສ
ແລະ ເປັນທໍາ, ຜູ້ທີ່ຖືກບັນຈຸເຂົ້າເປັນລັດຖະກອນ ຕ້ອງຜ່ານລະບົບການສອບເສັງເຂົ້າເປັນລັດຖະກອນ
ແຫ່ງ ສປປ ລາວ ບົນພື້ນຖານຕຳແໜ່ງງານວ່າງ ແລະ ວິຊາສະເພາະທີ່ຕ້ອງການ
ໃນກົງຈັກການຈັດຕັ້ງ ແລະ ບັນຈຸເຂົ້າໃນຂັ້ນເມືອງ, ຂັ້ນແຂວງເປັນຕົ້ນຕໍ
ແລະ ຫ້າມຮັບເອົາພະນັກງານອາສາສະໝັກເຂົ້າເປັນລັດຖະກອນໂດຍບໍ່ຜ່ານການສອບເສັງ.
ນອກນັ້ນ, ການອະນຸມັດຕົວເລກລັດຖະກອນໃໝ່ ແຕ່ລະສົກງົບປະມານ
ແມ່ນອະນຸມັດພຽງແຕ່ຄັ້ງດຽວ ແລະ ມີຜົນບັງຄັບໃຊ້ສະເພາະໃນສົກງົບປະມານ
ທີ່ລັດຖະບານອະນຸມັດເທົ່ານັ້ນ.
ສ່ວນພະນັກງານຕາມສັນຍາທີ່ໄດ້ຮັບບັນຈຸເຂົ້າເປັນລັດຖະກອນແລ້ວ ໃຫ້ຕັດອອກຈາກບັນຊີພະນັກງານຕາມສັນຍາ
ແລະ ບໍ່ອະນຸຍາດໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ
ແລະ ທ້ອງຖິ່ນ ຮັບເອົາພະນັກງານຕາມສັນຍາຕື່ມອີກ.
ເລກລັດຖະກອນໃໝ່ ທີ່ອະນຸມັດ ປີ 2018 ຈໍານວນ
3,000 ຄົນ
ບັນຈຸໃຫ້ສໍາເລັດ ວັນທີ 1 ກໍລະກົດ 2018 ໂດຍມອບໃຫ້ກະຊວງພາຍໃນອອກຄໍາແນະນໍາລະອຽດ ເພື່ອຈັດຕັ້ງຜັນຂະຫຍາຍ
ເຮັດໃຫ້ການບັນຈຸລັດຖະກອນ ດຳເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
2017 ລັດຖະບານ
ອະນຸມັດຮັບລັດຖະກອນໃຫມ່ ໃນຈຳນວນ 5,000 ຄົນ
ໂດຍກະຊວງທີ່ໄດ້ຫຼາຍກວ່າໝູ່ແມ່ນ ກະຊວງ ສຶກສາທິການ ແລະ ກີລາ (ລັດຖະກອນບໍລິຫານ ແລະ
ລັດຖະກອນຄູ) ຈຳນວນ 1,900 ຄົນ, ກະຊວງສາທາລະນະສຸກ 550 ຄົນ, ກະຊວງກະສິກຳ ແລະ ປ່າໄມ້ 175 ຄົນ, ສະພາແຫ່ງຊາດ 150 ຄົນ, ກະຊວງແຜນການ
ແລະ ການລົງທຶນ 140 ຄົນ ແລະ ກະຊວງ ໂຍທາທິການ
ແລະ ຂົນສົ່ງ 120 ຄົນ.




No comments:
Post a Comment