Sunday, 5 November 2017

ຂີ້ລັກ ມືອາຊີບອອກອາລະວາດໃນສັງຄົມ ຖືບັດປະຈໍາໂຕທັງລາວ ແລະ ໄທພ້ອມ !!!







ນະຄອນຫຼວງວຽງຈັນ:  ຜູ້ໃຊ້ເຟສບຸກຊື່ Lindar Chanmany ໂພສຂໍ້ຄວາມແລະພາບ ເຕື່ອນເພີ່ອນມິດ ແລະ ຍາດພີ່ນ້ອງເພາະມີຂີ້ລັກ ມືອາຊີບອອກອາລະວາດໃນສັງຄົມ ເຊິ່ງເຫດການນີ້ເກິດຂື້ນໃນວັນທິ 1 ພະຈິກຜ່ານມາໃນເວລາ 2:30 ນາທີ  ຜູ້ເສຍຫາຍປະໂທລະສັບໄວ້ຮ້ານ ບໍ່ຮອດ 2 ນາທີ ( ໄວປານ 5G) ເພື່ອໄປສົ່ງນໍາປັ່ນລູກຄ້າໃກ້ຮ້ານ ແຕ່ພໍກັບມາຊອກໂທລະສັບບໍ່ເຫັນ ພໍຜູ້ເສຍຫາຍໄດ້ຍິນສຽງທ້າວກາຟີວເຫົ່າ (ໝາຜູ້ເສຍຫາຍ) ຈຶ່ງແລ່ນອອກມາຮ້ານ ເຫັນຜູ້ຍິງຄົນໜຶ່ງກໍາລັງຍ່າງອອກຮ້ານຢ່າງຮີບດ່ວນ  ຜູ້ເສຍຫາຍ ຈັບແຂນຍິ່ງສາວທີ່ເປັນຂີ້ລັກໄວ້ ແລ້ວຖາມວ່າ: " ເຈົ້າລັກໂທລາສັບຂ້ອຍແມ່ນບໍ່ ຍິ່ງສາວຄົນນັ້ນປະຕິເສດທຸກຄຳຖາມ ແຕ່ພໍດີມີເອື້ອຍນ້ອຍຂ້າງຮ້ານບອກໃຫ້ໂທເຂົ້າໂທລະສັບເບິ່ງ ພັດໂທຕິດ ແຕ່ຍິ່ງສາວຄົນນັ້ນດຶກໂທລະສັບເຂົ້າຟຸ່ມດອກໄມ້.ຈາກນັ້ນຜູ້ເສຍຫາຍຈຶ່ງ ເອີ້ນຫ້ອງການບ້ານມາຮັບໂຕໄປ ເພື່ອລົງໂທດຕາມລະບຽນກົດໝາຍບ້ານເມືອງ ເຊິ່ງກວດສອບໂຕຂື້ລັກພົບບັດປະຈໍາໂທທັງລາວ ແລະ ໄທ ອອກຊື່ ນາງດາວໃຈ ບຸນປັ່ນ.ທີມງານງົງຄົນລາວຖືບັດປະຈໍາໂຕໄທ ຫຼື ຖ້າເປັນຄົນໄທ ພັດມີບັດປະຈໍາໂຕລາວໄດ້ແນວໃດ ? ຝາກພາກສ່ວນກ່ຽວຂ້ອງກວດສອບເລື່ອງນີ້ຕື່ມແດ່ເດີ,


ພາບ ແລະ ຂ່າວ:Lindar Chanmany

No comments:

Post a Comment

ໄພນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ຜົນຜະລິດ ພາກກະສິກຳ ເສຍຫາຍໄປ ຢ່າງຫຼວງຫຼາຍ

ເຈົ້າໜ້າທີ່ຂັ້ນສູງໃນອົງການອາຫານ ແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO ປະຈຳບາງກອງ ປະເທດໄທ ເປີດເຜີຍວ່າ FAO ໄດ້ປະເມີນເບື້ອງຕົ້ນວ່າ ໄພນ້ຳຖ້ວມຄັ້...